ວັນທີ 7-8 ທັນວາ 2022 ໄດ້ຈັດກອງປະຊຸມປະເມີນໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ ຄື: ໜ່ວຍພັກຈັດຕັ້ງ-ບໍລິຫານ,ບັນຊີ-ການເງິນ,ໜ່ວຍພັກໂຮງງານຜະລິດນໍ້າປະປາ ,ໜ່ວຍພັກການຊ່າງ-ສຳຫຼວດອອກແບບ, ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2022, ກອງປະຊຸມໄດ້ຈັດຂຶ້ນຢູ່ຫ້ອງປະຊຸມໂຮງງານຜະລິດນໍ້າປະປາໂພນສະຫວັນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ ໄກ່ຄຳ ສຸວັນນະເມທີ ເລຂາຄະນະພັກຮາກຖານ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ, ສະຫາຍ ວິໄລສັກ ສູນທອນ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ກ້ອນເພັດ ວິວາສານ ເລຂາໜ່ວຍຈັດຕັ້ງ-ບໍລິຫານ,ບັນຊີ-ການເງີນ, ສະຫາຍ ຄຳໄໜ ຈັນທາສັກ ເລຂາໜ່ວຍພັກໂຮງງານຜະລິດນໍ້າປະປາ, ສາຫາຍ ທອງສຸກ ແສງສຸລິຍາ ຮອງເລຂາ ໜ່ວຍພັກການຊ່າງ-ສຳຫຼວດອອກແບບ, ມີຄະນະກວດກາປະເມີນຜົນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຂັ້ນແຂວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກ ພາຍໃນ 3 ໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ
WhatApp:(0 20 59 547 839)
Website:https://nampapacps.com
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ສາຂາ ເມືອງຊະນະສົມບູນ 030 4449921
☎ໜ່ວຍງານຄຸ້ມຄອງຄຸນນະພາບນໍ້າປະປາ 020 55925404-020 54992456