ວັນທີ 9 ກໍລະກົດ 2021 ທີ່ຜ່ານມາ, ຄະນະພັກຮາກຖານລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ ແລະ ໜ່ວຍພັກຮາກຖານວິທະຍາໄລການເງິນພາກໃຕ້ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າ ຂຶ້ນເປັນສະມາຊິກພັກສໍາຮອງ ຈໍານວນ 1 ສະຫາຍ ຄື: ສະຫາຍ ທອງໃສ ຊາບັນດິດ ແລະ ເລື່ອນສະມາຊິກພັກສໍາຮອງ 8 ສະຫາຍ ຂຶ້ນເປັນສະມາຊິກພັກສົມບູນ ຄື: ສະຫາຍ ເພັດສະໝອນ ຫຼວງລາດ, ສະຫາຍ ເດືອນສະຫວັນ ດາລາພອນ, ສະຫາຍ ອະລິຍະ ພິມພອນສະຫວັດ, ສະຫາຍ ສິດທິສັກ ໜູນເຕ້, ສະຫາຍ ນາງ ສາຄອນ ຈັນທະຈອນ, ສະຫາຍ ພອນໄຊ ແຫວນວົງລໍ້າ, ສະຫາຍ ບຸນຍໍ ແກ້ວບົວພາ, ສະຫາຍ ສອນໄຊ ໄພສົງຄາມ.
ພິທີຈັດຂຶ້ນຢູ່ໂຮງງານຜະລິດນໍ້າປະປາ ໂດຍການເຂົ້າຮ່ວມຂອງສະຫາຍ ປອ. ໄກ່ຄໍາ ສຸວັນນະເມທີ ເລຂາຄະນະພັກຮາກຖານລັດວິສາຫະກິດນໍ້າປະປາ, ສະຫາຍ ຄໍາສິງ ໜູນເຕ້ ຮອງເລຂາຄະນະພັກຮາກຖານລັດວິສາຫະກິດນໍ້າປະປາ, ສະຫາຍ ບຸນເຮັ່ງ ພົມມະເທບ ຮອງເລຂາໜ່ວຍພັກຮາກຖານວິທະຍາໄລການເງິນພາກໃຕ້, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ.
*ຖ້າພົບເຫັນນຳ້ປະປາແຕກ, ຮົ່ວໄຫລ ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນໂທ:
☎ ປາກເຊ 031 212514 , 031 1169
☎ ສາຂາ ໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ດອນຕາລາດ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921
👉 ຕະຫຼອດ 24 ຊົ່ວໂມງ ສະເພາະເບີ 0311169 ແມ່ນໂທຟີບໍເສຍຄ່າໂທ




















