ປະຫວັດຄວາມເປັນມາ

ແຂວງ ຈໍາປາສັກ ເປັນແຂວງທີ່ຕັ້ງຢູ່ທາງພາກໃຕ້ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທາງດ້ານພູມ ມີສາດ ແຂວງດັ່ງກ່າວປະກອບດ້ວຍ 10 ຕົວເມືອງຄື ເມືອງປາກເຊ ເມືອງປະທຸມພອນ, ເມືອງ ໂຂງ,ເມືອງມຸນລະປາໂມກ, ເມືອງສຸຂຸມ,ເມືອງຈໍາປາສັກ,ເມືອງຊະນະສົມບູນ,ເມືອງໂພນທອງ , ເມືອງບາຈຽງຈະເລີນສຸກ ແລະ ເມືອງປາກຊ່ອງ. ຕົກ ມາໃນປີ2018 ໄດ້ມີການແຍກຕົວອອກ ໂດຍມີ ນະຄອນປາກເຊທີເປັນສູນກາງທາງດ້ານການປົກຄອງ ແລະ 9 ຕົວເມືອງ ອ້ອມຮອບ, ມີເນື້ອທີ 15.415 ກິໂລຕາແມັດ, ມີປະຊາກອນ 7 ແສນກ່ວາຄົນ ໃນນັ້ນປະຊາກອນທີ່ເປັນເພດຍີງກວມ ປະມານ 3 ແສນກວ່າຄົນ, ແຂວງຈໍາປາສັກ ເປັນດິນແດນ ແຫ່ງປະຫວັດສາດ ຂອງຊົນຊາດຂອມ ຫລື ຂະເຫມນບູຮານ ໃນ ລະຫວ່າງ ສະຕະວັດທີ 4-9. ເມື່ອຂອມເສື່ອມອໍານາດ ໃນສະຕະວັດທີ່ 10-12, ຊົນຊາດລາວ ທີ່ເຄື່ອນ ຍ້າຍມາຈາກ ພາກ ໃຕ້ຂອງຈີນ ໄດ້ເຕົ້າໂຮມກັນ ແລະ ຢູ່ຮ່ວມກັບຊາວຂອມ, ພາຍຫລັງເຈົ້າຟ້າງຸ່ມ ໄດ້ເຕົ້າໂຮມດິນແດນເປັນ ອັນຫນຶ່ງອັນດຽວກັນ ອານາຈັກຈາມປາ ຫລື ຈໍາປາສັກ ຂອງອານາຈັກລ້ານຊ້າງ ຈົນເຖິງ ສະຕະວັດທີ່ 18. ພື້ນທີ່ເບື້ອງທິດຕາເວັນຕົກ ຂອງ ແຂວງຈໍາປາສັກ ເປັນທົ່ງພຽງ ລ່ອງລຽບຕາມລໍາແມ່ນໍ້າຂອງ, ມີທົ່ງນາ ອັນກວ້າງຂວາງ ຈິ່ງເຮັດໃຫ້ຈໍາປາສັກ ກາຍເປັນ ເຂົ້າ ອຸປາ, ເປັນດິນແດນ ທີ່ອຸດົມສົມບຸນ ກວ່າຫມູ່ໃນສປປ ລາວ. ດັ່ງນັ້ນ ຈິງເຮັດໃຫ້ແຂວງ ຈໍາປາສັກ ເປັນພື້ນທີ່ໆມີ ຄວາມສໍາຄັນທາງແຫຼ່ງທໍາມະຊາດ ແລະ ປະຫວັດສາດຕັ້ງແຕ່ສະໄຫມໂບລານຫຼົງເຫຼືອຢູ່ ເຊັ່ນ: ປະສາດ ຫີນວັດພູ ,ຄອນພະ ເພງ, ນໍ້າຕົກຕາດ ແລະ ອື່ນໆ ທີ່ເປັນທ່າແຮງໃນການດຶງດູດນັກທ່ອງທ່ຽວເພື່ອມາທ່ຽວຊົມແຂວງຈໍາປາສັກ.

ກິດຈະການນໍ້າປະປາເປັນກິດຈະການນຶ່ງໄດ້ຖືກພັດທະ ນາຂື້ນ ຢູ່ເມືອງ ປາກເຊ ເປັນແຫ່ງທໍາອິດ ໃນປີ 1971 ໂດຍມີ ສາຍການຈັດຕັ້ງທີ່ຂື້ນກັບ ນໍ້າປະປາ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບທຶນຊ່ວຍເຫຼືອຂອງລັດທະບານຝຣັ່ງ ແລະ ເລີ່ມໃຫ້ ບໍລິການແກ່ປະຊາຊົນໄດ້ຊົມໃຊ້ນໍ້າປະປາ ໃນວັນທີ 01/6/1973, ທີ່ມີກໍາລັງການຜະລິດ 7,500 ມີ/ມື້ ມູນຄ່າການ ກໍ່ສ້າງ 1,459,289 USD ໃນນາມຂອງບໍລິສັດນໍ້າປະປາລາວສາຂາແຂວງຈໍາປາສັກ ໂດຍພາຍໃຕ້ການຊີ້ນໍາຂອງ ທ່ານ

ຄໍາສອນ ອໍາໄພ ເຊິ່ງມີພະນັກງານການນໍາ ແລະ ວິຊາການ 26 ທ່ານ ແລະ ປະຊາຊົນໃນເຂດພື້ນທີ່ບໍລິການສາມາດເຂົ້າ ເຖິງນໍ້າປະປາພຽງແຕ່ 539 ຄົນເທົ່ານັ້ນ.

ຕົກມາໃນຊຸມປີ1974-1975 ທ່ານ ສະຫວັດ ຫນໍ່ແກ້ວ ໄດ້ເປັນຜູ້ຊີ້ນໍາໆ ພາວຽກງານນໍ້າປະປາ ເຊິ່ງເປັນຊ່ວງ ໄລຍະຂ້າມຜ່ານ ກ່ອນ ແລະ ຫຼັງ ການປົດປ່ອຍປະເທດຊາດ ເຮັດໃຫ້ການດໍາເນີນທຸລະກິດ ໄລຍະດັ່ງກ່າວພາຍໃຕ້ການຄຸ້ມ ຄອງຂອງຝຣັ່ງເສດ ບໍ່ມີຄວາມເອກະລາດໃນການບໍລິຫານຄຸ້ມຄອງ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແຕ່ໃນປີ 1975-1986 ໂດຍການຊີ້ນໍາ ທ່ານ ຈູມ ຍົມທະສົມບັດ ການດໍາເນີນທຸລະກິດມີລັກສະນະເກື້ອກູນ, ບໍ່ມີການຂະຫຍາຍ ລະບົບທໍ່ສົ່ງ-ທໍແຈກ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ເນື່ອງຈາກວ່າ ລັດທະບານ ຍັງຂາດດ້ານງົບປະມານ ໃນການ ພັດທະນາວຽກງານດັ່ງກ່າວ,

ຕົກມາຮອດຊມປີ 1987-2012 ທ່ານ ອິນຕອງ ພັນທະນິວົງ ເປັນຜູ້ອໍານວຍການ, ລັດຖະບານໄດ້ມີ ນະ ໂຍບາຍ ແລະ ແຜນຍຸດທະສາດ ການພັດທະນານ້ໍາປະປາ ໂດຍໄດ້ລວມກິດຈະການນໍ້າປະປາໃນຂອບເຂດທົ່ວປະເທດໃຫ້ ກາຍເປັນບໍລິສັດນໍ້າປະປາລາວໃນປີ 1992 ທີ່ມີສໍານັກງານໃຫ່ຍຕັ້ງຢູ່ນະຄອນວຽງຈັນໂດຍມີສາຍຕັ້ງຂື້ນກັບບໍລິສັດລັດ ນ້ໍາປະປາ ນະຄອນຫຼວງ, ຕາມນະໂຍບາຍດັ່ງກ່າວບໍລິສັດນໍ້າປະປາລາວ ສາຂາ ແຂວງຈໍາປາສັກໄດ້ມີສ່ວນຮ່ວມຈັດຕັ້ງ ປະຕິບັດໂຄງການນໍ້າປະປາ 4 ແຂວງພາກໄຕ້ ທີ່ໄດ້ຮັບທຶນກູ້ຢືມຈາກ ທະນາຄານພັດທະ ນາອາຊີ, ໃນນັ້ນ ເມືອງປາກເຊ

ໄດ້ທືນ ຈໍານວນ 4,831,191.14. USD ເພື່ອເພີ້ມກໍາລັງການຜະລິດຈາກ 7,500 ມ3/ມື້ ມາເປັນ 15,000ມີ/ມື້ ພ້ອມທັງຂະຫຍາຍ ລະບົບທໍ່ສົ່ງ-ທໍແຈກ ແລະ ສິ່ງອໍານວຍຄວາມສະດວກ ; ໂດຍເລີ້ມໃຫ້ບໍລິການໃນປີ 1996,

ຕົກມາເຖິງປີ 1998 ລັດຖະບານມີນະໂຍບາຍກະຈາຍອໍານາດໃຫ້ທ້ອງຖິ່ນ ໂດຍໄດ້ໂອຍກິດຈະການນໍ້າປະປາ ໃນ ຂອບເຂດທົ່ວປະເທດໃຫ້ແກ່ ອົງການປົກຄອງແຂວງເປັນຜູ້ຄຸ້ມຄອງ ໂດຍຢູ່ພາຍໃຕ້ການຊີ້ນໍາ ຂອງພະ ແນກໂຍທາທິການ ແລະ ຂົນສົ່ງແຂວງ ໂດຍໄດ້ເອີ້ນວ່າ ລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ,ຕັ້ງແຕ່ເວລານັ້ນເປັນຕົ້ນລັດວິສາຫະກິດນໍ້າ ປະປາ ແຂວງຈໍາປາສັກໄດ້ມີໂຄງການຂະຫຍາຍພື້ນທີ່ເຂດບໍລິການອອກສູ່ບັນດາເມືອງຕ່າງໆໂດຍໄດ້ຮັບທຶນຊ່ວຍເຫຼືອຈາກ ອົງການສາກົນຄື: ປີ 20OO ເມືອງ ປາກເຊໄດ້ທືນຊ່ວຍເຫຼືອຈາກ ອົງການພັດທະນາປະເທດນອກແວ(NORAD) ເພື່ອ ຂະຫຍາຍລະບົບທໍ່ສົ່ງ,ສິ່ງອໍານວຍຄວາມສະດວກ ແລະ ໄດ້ສໍາເລັດການກໍ່ສ້າງ ໃນປີ 2002ໃນມູນຄ່າກໍ່ສ້າງທັງຫມົດ 11,313,972 NOK;

ປີ2001 ໄດ້ຮັບທືນກູ້ຍືມຈາກທະນາຄານພັດທະນາອາຊີ (ໂຄງການນ້ໍາປະປາ ແລະ ສຸຂະພິບານຕົວເມືອງນ້ອຍ) ຂະຫຍາຍເຂດພື້ນທີ່ບໍລິການໄປສູ່ ເມືອງ ໂພນທອງ ທີ່ມີກໍາລັງການຜະລິດ 2,100 ມີ/ມື້ ດ້ວຍລະບົບການສຸບນໍ້າຈາກ ແມ່ນນ້ໍາຂອງຂື້ນມາຜະລິດຮັບໃຊ້ປະຊາຊົນພາຍໃນເມືອງ ພ້ອມດ້ວຍລະບົບທໍ່ສົ່ງ-ທໍແຈກແລະສິ່ງອໍານວຍຄວາມສະດວກ ໄດ້ສໍາເລັດການກໍ່ສ້າງ ແລະ ເລີ່ມໃຫ້ບໍລິການ ເມື່ອປີ 2006 ໃນມຸນຄ່າກໍ່ສ້າງທັງຫມົດ1,391,346.59 USD; ຂະຫຍາຍ ເຂດພື້ນທີ່ບໍລິການໄປສູ່ ເມືອງໂຂງທີ່ມີກໍາລັງການຜະລິດ 440 ມ°/ມື້ ດ້ວຍລະບົບການສູບນ້ໍາຈາກນ້ໍາບາດານຂື້ນມາ

ຜະລິດຮັບໃຊ້ປະຊາຊົນພາຍໃນເມືອງ ພ້ອມລະບົບທໍ່ສົ່ງ-ທໍ່ແຈກແລະສິ່ງອໍານວຍຄວາມສະດວກ, ໄດ້ສໍາເລັດການກໍ່ສ້າງແລະ ເລີ່ມໃຫ້ບໍລິການ ເມື່ອປີ 2006ໃນມຸນຄ່າກໍ່ສ້າງທັງຫມົດ 510,881.10 USD.

ຕໍ່ມາໃນປີ2012-2015 ລັດວິສາຫະກິດ ນໍ້າປະປາ ແຂວງ ຈໍາປາສັກ ໂດຍພາຍໃຕ້ການຊີ້ນໍາຂອງ ທ່ານ ຄໍາຫມັ້ນ ວິຊາເທບ ແມ່ນຊ່ວງໄລຍະການກະກຽມດ້ານເອກະສານໃນການພັດທະນາວຽກງານນໍ້າປະປາ ໂດຍ ຮ່ວມມືກັບບັນດາເອກະ ຊົນ ແລະ ໂຄງການຕ່າງໆ ເພື່ອສະຫນັບສະຫນູນໃນການສ້າງຄວາມເຂັ້ມແຂງ ແລະ ການຮ່ວມມືແບບຢືນຍົງໃນອະນາຄົດ.

ຕົກມາຮອດປີ 2016 ຮອດປັດຈຸບັນ ພາຍໃຕ້ການຊີ້ນໍາໆພາ ຂອງ ທ່ານ ໄກ່ຄໍາ ສຸວັນນະເມທີ່ ໄດ້ຮັບທືນ ຊ່ວຍເຫຼືອ ຈາກໂຄງການ NEDA ເພື່ອປັບປຸງລະບົບການຜະລິດນ້ໍາປະປາ ຈາກລະບົບນ້ໍາບາດານ ຢູ່ເມືອງໂຂງທີ່ມີບັນຫາ ຈາກທາດອາຊີນິກ ມາປັບປຸງສ້າງໂຮງງານຜະລິດນ້ໍາປະປາໃຫມ່ ຢູ່ພູຂຽວດ້ວຍລະບົບການສູບຈາກແມ່ນນ້ໍາຂອງຂື້ນມາ ຜະລິດຮັບໃຊ້ປະຊາຊົນພາຍໃນເມືອງ ໂຂງ ທີ່ມີກໍາລັງການຜະລິດ 720ມojມື້ ໃນມູນຄ່າກໍ່ສ້າງທັງຫມົດ 37,136,256 TH ປັດຈຸບັນ ປະຊາຊົນ ເມືອງ ໂຂງ ຢູ່ເຂດພື້ນທີ່ບໍລິການໄດ້ຊົມໃຊ້ ນໍ້າປະປາ 10,123 ຄົນ, ກວມເອົາ 52%, ພ້ອມ ດຽວກັນນັ້ນ ເມືອງ ຈໍາປາສັກ ເຂດ ບ້ານດອນຕາລາດ ໄດ້ຮັບທືນກູ້ຍືມຈາກທະນາຄານພັດທະນາອາຊີ ໂຄງການນ້ໍາປະປາ ແລະສຸຂະພິບານຕົວເມືອງນ້ອຍ) ທີ່ມີກໍາລັງການຜະລິດ 2,830ມີ/ມື້ ພ້ອມລະບົບທໍ່ສົ່ງ-ທໍ່ແຈກ ແລະ ສິ່ງອໍານວຍຄວາມ ສະດວກ, ໄດ້ສໍາເລັດການກໍ່ສ້າງ ແລະ ເລີມໃຫ້ບໍລິການ ເມື່ອປີ 2016 ມີມູນຄ່າການກໍ່ສ້າງ 2,220,000 USD ປັດຈຸບັນ ປະຊາຊົນ ເມືອງ ເມືອງ ຈໍາປາສັກ ຢູ່ເຂດພື້ນທີ່ບໍລິການໄດ້ຊົມໃຊ້ ນໍ້າປະປາ 16,929 ຄົນ, ກວມເອົາ 49 %

ຈາກນັ້ນ ລັດວິສາຫະກິດ ນໍ້າປະປາ ແຂວງ ຈໍາປາສັກ ໄດ້ປັບປຸງແບບແຜນວິທີການເຮັດວຽກໂດຍການເພີ້ມການ ຂະຫຍາຍເຂດພື້ນທີ່ບໍລິການ, ການຄຸ້ມຄອງແບບທັນສະ ໄຫມ, ສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ ແລະ ປັບປຸງລະບົບ ໂຮງງານ ແລະ ອື່ນໆເຊັ່ນ:

– ປັບປຸງຂະຫຍາຍທໍ່ສົ່ງນ້ໍາ ແລະ ທໍ່ແຈກ ນະຄອນປາກເຊ ໄດ້ 8,700 ເມັດ, ກວມເອົາ 16,617 ຄອບຄົວທີ່ໄດ້ ຊົມໃຊ້ນໍ້າປະປາ ລວມເປັນ ມູນຄ່າ 8,409,190,000 ກີບ

– ປັບປຸງ ແລະ ຂະຫຍາຍທໍ່ສົ່ງນ້ໍາ ແລະ ທໍ່ແຈກ ຫນ່ວຍບໍລິການສະຜ່າຍ ໄດ້ 64,478 ແມັດ,ກວມເອົາ4,080 ຄອບຄົວທີ່ໄດ້ຊົມໃຊ້ນ້ໍາປະປາ,ລວມມູນຄ່າ 8,136,774,000 ກີບ ປັບປຸງ ແລະ ຂະຫຍາຍທໍ່ສົ່ງນ້ໍາ ແລະ ທໍ່ແຈກ ເມືອງ ໂຂງໄດ້ 30,553 ແມັດ,ກວມເອົາ 5,081 ຄອບຄົວທີ່ໄດ້ ຊົມໃຊ້ນ້ໍາປະປາ, ລວມມູນຄ່າ 5,252,461,000 ກີບ ປັບປຸງ ແລະ ຂະຫຍາຍທໍ່ສົ່ງນ້ໍາ ແລະ ທໍ່ແຈກເມືອງ ໂພນທອງໄດ້ 49,209 ແມັດ, ກວມເອົາ 1,745 ຄອບຄົວທີ່ໄດ້ ຊົມໃຊ້ນໍ້າປະປາ ລວມມູນຄ່າ 3,861,030,000 ກີບ ປັບປຸງ ແລະ ຂະຫຍາຍທໍ່ສົ່ງນ້ໍາ ແລະ ທໍ່ແຈກເມືອງ ຈໍາປາສັກ ຂະຫຍາຍທໍ່ໄດ້ 19,793ແມັດ, ກວມເອົາ 10,702 ຄອບຄົວໄດ້ຊົມໃຊ້ນໍ້າປະປາ ລວມມູນຄ່າ 5,960,174,000 ກີບ

– ນອກຈາກນີ້ ດ້ານການພັດທະນາ ການຄຸ້ມຄອງຊັບສິນ ແລະ ຖານຂໍ້ມູນລູກຄ້າ ລັດວິສາຫະກິດ ນໍ້າປະປາ ແຂວງ ຈໍາ ປາສັກ ໄດ້ນໍາໃຊ້ລະບົບ GIS ເພື່ອເພີ້ມປະສິດທີພາບເຂົ້າໃນການ ບໍລິຫານຈັດການຂໍ້ມູນທີ ວ່ອງໄວ ແລະ ທັນສະໄຫມ.

ຕໍ່ກັບການຂະຫຍາຍກິດຈະການດັ່ງກ່າວ ປັດຈຸບັນຈິງເຮັດໃຫ້ ພະນັກງານຂອງລັດວິສາຫະກິດ ນໍ້າປະປາມີ ເຖິງ 219 ທ່ານ, ທຽບໃສ່ເລີ້ມກໍ່ຕັ້ງກິດຈະການນໍ້າປະປາເພີ້ມຂື້ນ 193 ທ່ານ ແລະ ປະຊາຊົນທົ່ວແຂວງໃນເຂດພື້ນທີ່ບໍລິການສາມາດ ເຂົ້າເຖິງການຊົມໃຊ້ນໍ້າປະປາ 120,288 ຄົນ, ທຽບໃສ່ເມື່ອກ່ອນ ເພີ້ມຂື້ນ 119,749 ຄົນ, ກວມເອົາ 63% ແລະ ໃນ ອະນາຄົດ ຈະມີແຜນໃນການຂະຫຍາຍກິດຈະການ ນໍ້າປະປາ ໄປສູ່ບັນດາເມືອງທີ່ຍັງບໍ່ທັນມີນ້ໍາປະປາຊົມໃຊ້ ເຊັ່ນ: ເມືອງ ປະທຸມພອນ, ເມືອງມຸນລະປາໂມກ,ເມືອງສຸຂຸມ, ເມືອງຊະນະສົມບູນ, ເມືອງບາຈຽງຈະເລີນສຸກ ແລະ ເມືອງປາກຊ່ອງ ເພື່ອ ປະຕິບັດຕາມແຜນຍຸດທະສາດ ຂອງ ລັດທະບານວາງອອກຄື ໃນປີ 2025 ຫາ 2030 ກໍ່ຄື ປະຊາຊົນໃນເຂດພື້ນທີ່ ບໍລິການສາມາດເຂົ້າເຖິງການນໍາໃຊ້ 80% ຂື້ນໄປ ແລະ ເປົ້າຫມາຍການພັດທະນາແບບຍືນຍົງ ຫຼື SDGs ຂອງສະຫະ ປະຊາຊາດກໍານົດໄວ້.

ລັດວິສາຫະກິດ ນໍ້າປະປາ ແຂວງ ຈໍາປາສັກ ໄດ້ມີ ລະບົບໂຮງານການຜະລິດທີ່ທັນສະ ໄຫມ່ ມາດຖານສາກົນ ມີ ຫຼາຍຂັ້ນຕອນການຜະລິດດັ່ງນີ້: – ສູບນ້ໍາຈາກແມ່ນ້ໍາຂອງ ຂື້ນມາພັກໄວ້ ຢູ່ ອ່າງນໍ້າດີບ, ແລ້ວນ້ໍາຈະໄຫຼເຂົ້າສູ່ອ່າງກວນຊ້າ ແລະ ອ່າງກວນໄວ ທີ່ຖືກ ປະສົມດ້ວຍສານສົ້ມ ຊ່ວຍໃຫ້ສ້າງຕະກອນ, ຈາກນັ້ນ ນ້ໍາຈະ ໄຫຼ ເຂົ້າສູ່ອ່າງນ້ໍານອນ ຕະກອນຈະຈົມລົງສູ່ພື້ນອ່າງ ແລ້ວນໍ້ ໃສຢູ່ເທີງຫນ້ານໍ້າ ຈະ ໄຫຼເຂົ້າສູ່ ອ່າງກ່ອງນໍ້າໃສ ທີ່ມີ ຊັ້ນຫີນ ແລະ ຊາຍ ພິເສດ 3 ຊັ້ນ , ຫຼັງຈາກນັ້ນນໍ້າທີ່ໄດ້ຜ່ານການກອງ ຈະ ໄຫຼເຂົ້າສູ່ ອ່າງເກັບນໍ້າໃສ່ ແລະ ຢູ່ໃນຂັ້ນຕອນ ການວິໃຈຄຸນນະພາບນໍ້າປະປາ 23 ທາດ ຕາມການຄຸ້ມຄອງມາດຕາ ຖານຄຸນນະພາບນ້ໍາດື່ມ ແລະ ນໍ້າໃຊ້ ຂອງກະຊວງ ສາທາລະນະສຸກວາງອອກ (ສະບັບເລກທີ 561/ສທ,ລົງວັນທີ 27 ກຸມພາ 2014) ຫຼັງຈາກນັ້ນ, ນ້ໍາຈະຖືກສົ່ງຂື້ນອ່າງເກັບນ້ໍາສູງ ເພື່ອແຈກຈ່າຍໃຫ້ແກ່ ຫ້ອງການ, ສໍານັກງານຂອງລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນໄດ້ຊົມໃຊ້

ດ້ານວຽກງານການບໍລິການ ລັດວິສາຫະກິດ ນ້ໍາປະປາ ແຂວງ ຈໍາປາສັກ ໄດ້ປັບປຸງການບໍລິການຂອງຕົນເອງທີ່ທັນ ສະ ໄຫມ ເພື່ອໃຫ້ສອດຄ່ອງກັບຍຸກສະໄຫມໃນປະຈຸບັນ ແລະ ມີຄວາມໂປ່ງໃສ ແລະ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ລູກ ຄ້າທີ່ໃຊ້ການບໍລິການ. 1. ການສໍາລະຄ່ານໍ້າປະປາ ແລະ ຄ່າຕິດຕັ້ງນໍ້າເຂົ້າເຮືອນ ຜ່ານລະບົບ BCEL One , LDB Mobile Banking ,ຜ່ານລະບົບ ແທັບເລັດ, ທະນະຄານພັດທະນາລາວ ແລະ ທະນະຄານລາວຫວຽດ

ຄະນະພັກຮາກຖານ​ ລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ ມອບບັດສະມາຊິກພັກ ໃຫ້ແກ່ສະມາຊິກພັກສົມບູນ ຊຸດທີ IV.

ວັນທີ​ 26​ ມັງກອນ​ 2024 ທີ່ຜ່ານມາ,​ ຄະນະພັກຮາກຖານ​ລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ​ ໄດ້ຈັດພິທີມອບບັດສະມາຊິກພັກໃຫ້ແກ່ສະມາຊິກພັກສົມບູນ ຊຸດທີ IV ຂອງ 03 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບບັດໃຫ້ແກ່ສະມາຊິກພັກ ຂອງສະຫາຍ ປະດິດ​ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ປະທານອົງການກວດກາ​ພັກ​ -​ ລັດແຂວງ, ສະຫາຍ ປອ ໄກ່ຄຳ ສຸວັນນະເມທີ ເລຂາຄະນະພັກຮາກຖານ​ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ, ສະຫາຍ​ ສາທິດ​ ປັດສາພັນ ຄະນະ​ໜ່ວຍພັກ​ ຮອງຫົວໜ້າຄະນະຈັດຕັ້ງ ແຂວງ.​ ມີຄະນະພັກຮາກຖານ, ເລຂາ​ - ຮອງເລຂາ, ສະມາຊິກພັກສົມບູນທີ່ໄດ້ຮັບບັດພາຍໃນ  03 ໜ່ວຍພັກ ເຂົ້າຮ່ວມ. ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ WhatApp:(0 20 59 547 839) Website:https://nampapacps.com ☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ. ☎ ປາກເຊ 031 212514  ...

Read moreDetails

ສະຖິຕິຜູ້ເຂົ້າຊົມ

068746
Users Today : 91
Users Yesterday : 138
This Month : 1669
This Year : 26179
Total Users : 68746
Views Today : 253
Total views : 233784
Who's Online : 1
Your IP Address : 57.141.2.18
Server Time : 2025-09-13