ຕອນບ່າຍ ຂອງວັນທີ 20 ສິງຫາ 2021ທີ່ຜ່ານມາທີ່ຫ້ອງປະຊຸມລັດວິສາຫະກິດນໍ້າປະປາແຂວງຈຳປາສັກ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຂອງ ອົງການກວດກາລັດແຂວງຈຳປາສັກ, ຂະແໜງຕ້ານການສໍ້ລາດບັງຫຼວງ ແລະ ສືບສວນ-ສອບສວນ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ,ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຍຸດທະສາດຕ້ານການສໍ້ລາດບັງຫຼວງ ແລະ ເຜີຍແຜ່, ເຊື່ອມຊຶມ ນິຕິກຳຕ່າງໆ, ລະບຽບກົດໝາຍຂອງລັດ, ນະໂຍບາຍຂອງພັກ ທີ່ພົວພັນເຖິງວຽກງານຕ້ານການສໍ້ລາດບັງຫຼວງ ທີ່ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ.ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາສິງ ໜູນເຕ້ ຮອງເລຂາຄະນະພັກຮາກຖານ ຮອງຜູ້ອຳນວຍການລັດວິສາຫະກິດນໍ້າປະປາແຂວງຈຳປາສັກ, ທ່ານ ເຂັມເພັດ ພັນນະເລດ ປະທານກວດກາຄະນະພັກຮາກຖານ, ຮອງຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ, ທ່ານ ສີບຸນຍັງ ຊາທອງຍົດ ຫົວໜ້າຂະແໜງຕ້ານການສໍ້ລາດບັງຫຼວງ ແລະ ສືບສວນ-ສອບສວນ ອົງການກວດກາລັດແຂວງ.ມີຄະນະພັກຮາກຖານ,ເລຂາໜ່ວຍພັກ,ຫົວໜ້າຂະແໜງ,ຮອງຂະແໜງ, 3ອົງການຈັດຕັ້ງມະຫາຊົນ,ພະນັກງານສະມາຊິກ, ເຂົ້າຮ່ວມຮັບຟັງທັງໝົດ 23 ທ່ານ, ຍິງ 4 ທ່ານ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
Whatsapp(0 20 59 547 839)
Website:https://nampapacps.com
☎ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921











