ວັນທີ່ 30 ພະຈິກ 2021 ທີ່ຫ້ອງການບ້ານ,ບ້ານປາກເຊ ,ນະຄອນປາກເຊ ລັດວິສາຫະກິດນໍ້າປະປາແຂວງຈຳປາສັກ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ໄດ້ຈັດພິທີເປີດ ບັ້ນດຳເນີນການກວດທຽບຄືນກົງເຕີນໍ້າປະປາທີ່ໄດ້ຕິດຕັ້ງແລ້ວໃນທົ່ວນະຄອນປາກເຊ ແລະ 4 ຕົວເມືອງປະກອບມີ: ສາຂານໍ້າປະປາ(ເມືອງໂພນທອງ,ເມືອງຈຳປາສັກ,ເມືອງຊະນະສົມບູນ,ເມືອງໂຂງ)ປະຈໍາສົກປີ 2021. ເພື່ອເປັນການສ້າງຂະບວນການຕ້ອນຮັບ ວັນຊາດທີ 2 ທັນວາ ຄົບຮອບ 46 ປີ,ວັນເກີດ ທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ເພັດສາຄອນ ຄໍສີສະຫວັດ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ,ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ຜູ້ຊີ້ນຳຂະແໜງຊັບສິນທາງປັນຍາ,ມາດຕະຖານ ແລະ ວັດແທກ,ທ່ານ ກ້ອນເພັດ ວິວາສານ ຮອງຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ,ມີຫົວໜ້າຂະ ແໜງການ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook :(ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ
WhatApp:(0 20 59 547 839)
Website:https://nampapacps.com
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921
			











