ວັນທີ 1 ກຸມພາ 2022 ທີຜ່ານມາທີ່ລັດວິສາຫະກິດນໍ້າປະປາແຂວງຈຳປາສັກ,ຈັດພິທີ-ຮັບໃບຢັ້ງຢືນປ້ອງກັນຄວາມສະຫງົບດີ ປະຈຳປີ 2021,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນໂທ ບຸນອ່ຽງ ພັນວົງສາ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຈໍາປາສັກ , ທ່ານ ຄໍາສິງ ໝູນເຕ້ ຮອງອໍານວຍການລັດວິສາຫະກິດນໍ້າປະປາ, ມີຄະນະກໍາມະການປະເມີນການປ້ອງກັນຄວາມສະຫງົບສໍານັກງານ-ອົງການຂັ້ນແຂວງ ແລະ ພະນັກງານລັດວິສາຫະກິດນໍ້າປະປາເຂົ້າຮ່ວມ.
ໃນພິທີໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນພາຍໃນສໍານັກງານ- ອົງການຂອງລັດວິສາຫະກິດນໍ້າປະປາ ປີ 2021 ແລະ ຜ່ານທິດທາງແຜນການ ປີ 2022, ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍສໍານັກງານປ້ອງກັນຄວາມສະຫງົບດີ. ພ້ອມມີການມອບ-ຮັບ ໃບຢັ້ງຢືນດັ່ງກ່າວ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp:(0 20 59 547 839)
Website:https://nampapacps.com
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921











