ວັນທີ 26 ກໍລະກົດ 2022 ທີຫ້ອງປະຊຸມລັດວິສາຫະກິດນໍ້າປະປາແຂວງ ຈໍາປາສັກ ໄດ້ຈັດພິທີປາຖະກະຖາສອງວັນປະຫວັດສາດລາວ-ຫວຽດນາມຄື:
ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຮອບດ້ານຄົບຮອບ 45 ປີ ( ວັນທີ 18 ກໍລະກົດ ປີ 1977 ຫາ 18 ກໍລະກົດ ປີ 2022 ) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ຄື ( ວັນທີ 5 ກັນຍາ 1962 ຫາ 5 ກັນຍາ ປີ 2022 )
ໂດຍໃຫ້ກຽດປາຖະກະຖາຂອງທ່ານ ບົວທອງ ສຸວັນນະສານ ຄະນະປະຈໍາພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ,ທ່ານ ຄຳສິງ ໝູນເຕ້ ຮອງເລຂາຄະນະພັກ ຮອງຜູ້ອຳນວຍການລັດວິສາຫະກິດນໍ້າປະປາແຂວງ ພ້ອມດ້ວຍຄະນະພັກ,ຫົວໜ້າຂະແໜງ,ຮອງຂະແໜງ,ສະມາຊິກພັກ,ພະນັກງານ,ຕ່າງໜ້າອົງການຈັດຕັ້ງຕ່າງໆ ເຂົ້າຮ່ວມຮັບຟັງ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ສາຂາ ເມືອງຊະນະສົມບູນ 030 4449921
☎ໜ່ວຍງານຄຸ້ມຄອງຄຸນນະພາບນໍ້າປະປາ 020 55925404-020 54992456