ຕອນບ່າຍຂອງວັນທີ 31 ມີນາ 2023 ທີ່ຫ້ອງປະຊຸມໂຮງງານຜະລິດນໍ້າປະປາ ບ້ານໂພນສະຫວັນ ລັດວິສາຫະກິດນໍ້າປະປາແຂວງຈໍາປາສັກໄດ້ຈັດພິທີປາຖະກະຖາ ຜັນຂະຫຍາຍມູນເຊື້ອແຫຼ່ງການນຳພາຂອງພັກເຂົ້າໃນການຈັດຕັ້ງປະຕິບັດ ພາລະກິດປ່ຽນແປງໃໜ່ຢ່າງແຂງແຮງແລະ ເລິກເຊິ່ງ, ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນປະຕິບັດລາວຄົບຮອບ 68 ປີ, ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ແລະ ເຜີຍແຜ່ເອກະສານວຽກງານປ້ອງກັນຄວາມສະຫົງບ ແລະ ພິທີປະກາດພະນັກງານ-ກຳມະກອນພັກຜ່ອນບຳເນັດ-ຮັບອຸດໜູນເທື່ອດງວປະຈຳປີ 2023.
#ໂດຍການເຂົ້າຮ່ວມເປັນປະທານ ທ່ານ ປອ.ໄກ່ຄຳ ສຸວັນນະເມທີ ເລຂາຄະນະພັກຮາກຖານ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ, ໂດຍໃຫ້ກຽດບັນລະຍາຍຜ່ານເອກະສານ ປາຖະກະຖາ ຂອງທ່ານ ທ່ານ ຄຳສິງ ໜູນເຕ້ ຮອງເລຂາຄະນະພັກຮາກຖານ ຮອງຜູ້ອຳນວຍການ, ເຂົ້າຮ່ວມຮັບຟັງມີຄະນະພັກຮາກຖານ -ຄະນະໜ່ວຍທີ່ຂື້ນກັບຄະນະພັກຮາກຖານ, ຄະນະອໍານວຍການ, ສະມາຊິກພັກ, ພະນັກງານ ແລະ ກໍາມະກອນ ເຂົ້າຮ່ວມທັງໜົດ ຈຳນວນ: 64 ທ່ານ, ຍິງ: 12 ທ່ານ, ພາຍໃນລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ
WhatApp:(0 20 59 547 839)
Website:https://nampapacps.com
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ສາຂາ ເມືອງຊະນະສົມບູນ 030 4449921
☎ໜ່ວຍງານຄຸ້ມຄອງຄຸນນະພາບນໍ້າປະປາ 020 55925404-020 54992456

















