ວັນທີ 2 ກໍລະກົດ2021 ທີ່ຜ່ານມາທີ່ຫ້ອງປະຊຸມໃຫຍ່ໂຮງງານຜະລິດນ້ຳປະປາໂພນສະຫວັນ (ນະຄອນປາກເຊ) ແຂວງຈຳປາສັກ ໂດຍການເປັນປະທານຂອງສະຫາຍ ປອ ໄກ່ຄໍາ ສຸວັນນະເມທີ ເລຂາຄະນະພັກຮາກຖານ, ຜູ້ອໍານວຍການລັດວິສາຫະກິດນໍ້າປະປາແຂວງຈໍາປາສັກ, ສະຫາຍ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ກ້ອນເພັດ ວິວາສານ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າປະປາແຂວງຈຳປາສັກ, ມີພະນັກງານວິຊາການທົ່ວໄປພາຍໃນລັດວິສາຫະກິດເຂົ້າຮ່ວມ.
ການເຜີຍແຜ່ເຊື່ອມຊຶມ ແມ່ນເພື່ອແນໃສ່ເຮັດໃຫ້ສະມາຊິກພັກ-ພະນັກງານມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດຕົວຈິງຕໍ່ເນື້ອໃນມະຕິ XI ຂອງສູນກາງພັກ ແລະ ມະຕິ VIII ຂອງອົງຄະນະພັກແຂວງຈຳປາສັກ.
*ຖ້າພົບເຫັນນຳ້ປະປາແຕກ, ຮົ່ວໄຫລ ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນໂທ:
☎ ປາກເຊ 031 212514 , 031 1169
☎ ສາຂາ ໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ດອນຕາລາດ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921
👉 ຕະຫຼອດ 24 ຊົ່ວໂມງ ສະເພາະເບີ 0311169 ແມ່ນໂທຟີບໍເສຍຄ່າໂທ.










