ວັນ 07 – 08 ມິຖຸນາ 2022 ທີ່ຜ່ານມານີ້ ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ ໃດ້ລົງຈັດກິດຈະກໍາເຜີຍແຜ່ວຽກງານນໍ້າປະປາຕາມໂຮງຮຽນໃນເຂດພື້ນທີ່ບໍລິການລັດວິສາຫະກິດນໍ້າປະປາ ສາຂາ ເມືອງຈຳປາສັກ,ໂດຍເປັນກຽດນຳພາຈັດກິດຈະກຳ ຂອງ ທ່ານ ກ້ອນເພັດ ວິວາສານ ຄະນະພັກຮາກຖານ ຮອງຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ, ທ່ານ ເກດມະນີ ສະກຸນສໍ ຫົວໜ້າຫ້ອງການ ຍທຂ ເມືອງຈຳປາສັກ, ທ່ານ ແຫວນເພັດ ພົມມະແສງ ຫົວໜ້າລັດວິສາຫະກິດນໍ້າປະປາ ສາຂາ ເມືອງຈຳປາສັກ ໃນການທີ່ລົງເຄື່ອນໄຫວສ້າງກິດຈະກຳເຜີຍແຜ່ວຽກງານນໍ້າປະປາຕາມໂຮງຮຽນໃນເຂດພື້ນທີ່ບໍລິການນໍ້າປະປາ ຂອງລັດວິສາຫະກິດນໍ້າປະປາ ສາຂາ ເມືອງຈຳປາສັກ,ໃນຄັ້ງນີ້ເຊິງປະກອບມີ 4 ໂຮງຮຽນ ມສ ຄື: ມສ ຈຳປາສັກ,ມສ ໂພນງາມ,ມສ ດອນຕະລາດ,ມສ ໜອງຜຳ ແລະ ລວມນັກຮຽນເຂົ້າຮ່ວມທັງໝົດ 321 ຄົນ,ລວມມີ ມ4 ແລະ ມ7 ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ຈຸດປະສົງ ກໍ່ເພື່ອໃຫ້ບັນດາຄູອາຈານ,ນ້ອງນັກຮຽນພາຍໃນໂຮງຮຽນໃດ້ຮັບຮູ້ ແລະ ເຂົ້າໃຈຄວາມໜາຍຄວາມສຳພັນຂອງການຊົມໃຊ້ນໍ້າທີ່ສະອາດ ແລະ ປອດໄພ, ເຂົ້າໃນການອຸປະໂພກ ແລະ ບໍລິໂພກ ເຂົ້າໃນຊີວິດປະຈຳຂອງຕົນ.
ການລົງເຮັດກິດຈະກຳເຜີຍແຜ່ວຽກງານນໍ້າສະອາດປອດໄພ ໃນຄັ້ງນີ້ໃດ້ນຳສະເໜີຫົວຂໍ້ ແລະ ເນື້ອໃນດັ່ງລາຍລະອຽດລຸ່ມນີ້.
1.ພາບວີດີໂອປະຫວັດຄວາມເປັນມາຂອງລັດວິສາຫະກິດນໍ້າປະປາແຂວງຈຳປາສັກ ແລະ ຂັ້ນຕອນການຜະລິດນໍ້າປະປາທີ່ສະອາດ ແລະ ປອດໄພ
2. ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ໃດ້ນຳສະເໜີກ່ຽວກັບຫົວຂໍ້ ແຜນພັດທະນາເສດຖະກິດສັງຄົມຂອງແຂວງກ່ຽວກັບວຽກງານນໍ້າປະປາ ແລະ ຂໍ້ຫ້າມ ແລະ ການປົກປັກຮັກສາຊັບສົມບັດຂອງລັດ.
3. ຫ້ອງການຊັບພະຍາກອນ ແລະ ສິ່ງແວດລ້ອມເມືອງໃດ້ນຳສະເໜີ ການຮັກສາແຫຼ່ງນໍ້າ ແລະ ຄຸນປະໂຫຍດຂອງນໍ້າ, ການນຳເອົານໍ້າຈາກແຫຼ່ງອື່ນມາຊົມໃຊ້ໂດຍບໍ່ຜ່ານການກັ່ນຕອງຂ້າເຊື້ອພະຍາດ.
4.ຫ້ອງການ ສາທາລະນາສຸກເມືອງ ໃດ້ນຳສະເໜີ ຜົນກະທົບຈາກການຊົມໃຊ້ນໍ້າຈາກແຫຼ່ງອື່ນໂດຍບໍ່ຜ່ານການກັ່ນຕອງ ຫຼື ຂ້າເຊື້ອພະຍາດ ເຂົ້າໃນການອຸປະໂພກ ແລະ ບໍລິໂພກ ໃນຊິວິດປະຈຳວັນເຊິ່ງຈະສົ່ງຜົນກະທົບຕໍ່ສຸກະພາບຂອງຄົນ.
ນອກນັ້ນກໍ່ໄດ້ເຮັດກິດຈະກຳຕອບຄຳຖາມກຽ່ວກັບຄວາມຮູ້ທົ່ວໄປກ່ຽວກັບການຊົມໃຊ້ນໍ້າ ປະປາ ແລະ ບຳລຸງຮັກສາ, ສິດຂໍ້ຫ້າມຕ່າງໆຂອງຜູ້ຊົມໃຊ້ນໍ້າ ປະປາ ເພື່ອຮັບຂອງທີ່ລະນຶກ ຈາກລັດວິສາຫະກິດນໍ້າປະປາແຂວງຈຳປາສັກ ອິກດ້ວຍ.
ຖ້າພົບເຫັນນ້ຳປະປາແຕກ,ຮົ່ວໄຫລ,ລະບົບນ້ຳປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp: (0 20 59 547 839)
Website :https://nampapacps.com
☎ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671














