:ວັນທີ 04 ສິງຫາ 2022 ທີ່ຜ່ານມາ ທີ່ຫ້ອງປະຊຸມໂຮງງານຜະລິດນໍ້າປະປາ ຂອງລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ ໄດ້ຈັດພິທີເຊັນສັນຍາແຮງງານລວມໜູ່ ລະຫວ່າງ ປະທານກຳມະບານຮາກຖານ (ຕ່າງໜ້າຜູ້ອອກແຮງງານ) ແມ່ນ ທ່ານ ຄຳບຸດສີ ຄຳພູມີ ປະທານກຳມະບານຮາກຖານລັດວິສາຫະກິດນໍ້າປະປາ ແລະ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາ(ຜູ້ໄຊ້ແຮງງານ) ແມ່ນທ່ານ ປອ ໄກ່ຄຳ ສຸວັນນະເມທີ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ສົນໄຊ ບຸນສີຟອງ ຮອງປະທານຄະນະບໍລິຫານສະຫາພັນກຳມະບານແຂວງຈຳປາສັກ, ມີຕ່າງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າ, ພະແນກແຮງງານ ແລະ ສະຫວັດດີການ, 3 ອົງການຈັດຕັ້ງມະຫາຊົນພາຍໃນບໍລິສັດ, ຫົວໜ້າຂະແໜງ, ຫົວໜ້າສາຂາ, ພ້ອມດ້ວຍພະນັກງານພາຍໃນລັດວິສາຫະກິດນໍ້າປະປາ ເຂົ້າຮ່ວມເປັນສັກຂີພະຍານ ໃນພິທີເຊັນສັນຍາໃນຄັ້ງນີ້.
ຖ້າພົບເຫັນນໍ້າປະປາແຕກ,ຮົ່ວໄຫລ,ລະບົບນໍ້າປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp:(0 20 59 547 839)
Website:https://nampapacps.com
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921













