ໃນວັນທີ 25 ຕຸລາ 2021 ທີ່ຜ່ານມາ ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ ສາຂາເມືອງໂພນທອງ ໄດ້ຮຽນເຊີນພະຍາບານ,ແພດໜໍ ຈາກໂຮງໜໍແຂວງຈຳປາສັກ ຈັດສຳມະນາ,ໃຫ້ຄວາມຮູ້ແກ່ພະນັກງານ,ກຳມະກອນ ໃນຫົວຂໍ້ການປ້ອງກັນ,ການຕິດເຊື້ອຈາກພະຍາດໂຄວິດ-19 ໃນເວລາປະຕິບັດໜ້າທີ່ວິຊາສະເພາະຢູ່ໃນຫ້ອງການ ແລະ ການປະຕິບັດໜ້າທີ່ພົວພັນລູກຄ້າ,ປ້ອງກັນເວລາໄປປະຕິບັດໜ້າທີ່ສ້ອມແປງທໍ່ນໍ້າປະປາ, ຢູ່ໃນສະຖານທີ່ຊຸມຊົນທີ່ມີຜູ້ຕິດເຊື້ອໃນເຂດພື້ນທີ່ ບໍລິການ ສາຂານໍ້າປະປາເມືອງໂພນທອງ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳໄໜ ຈັນທາສັກ ຮອງຜູ້ອຳນວຍການລັດວິສາຫະກິດນໍ້າປະປາ,ທ່ານ ໜູພັນ ຊາຄຳດີ ຫົວໜ້າສາຂາເມືອງໂພນທອງ ແລະ ພະນັກງານ,ກຳມະກອນ,ທັງໜົດພາຍໃນສາຂາເມືອງໂພນທອງເຂົ້າຮ່ວມຮັບຟັງ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp:(0 20 59 547 839)
Website:https://nampapacps.com
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921
			










