ວັນທີ 21 ມີນາ 2022, ທີ່ຜ່ານມາລັດວິສາຫະກິດ ນໍ້າປະປາແຂວງຈໍາປາສັກ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສໍາຄັນຕ່າງໆ ຂອງຊາດ ແລະ ຂອງພັກ ຂຶ້ນຢູ່ຫ້ອງປະຊຸມໂຮງງານຜະລິດນໍ້າປະປາ ບ້ານໂພນສະຫວັນ ນະຄອນປາກເຊ ໂດຍການເຂົ້າຮ່ວມ ແລະ ບັນລະຍາຍເອກະສານ ຂອງ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈໍາປາສັກ. ເຂົ້າຮ່ວມມີທ່ານ ປອ.ໄກ່ຄໍາ ສຸວັນນະເມທີ ເລຂາຄະນະພັກຮາກຖານ ຜູ້ອໍານວຍການລັດວິສາຫະກິດນໍ້າປະປາແຂວງ ພ້ອມດ້ວຍຄະນະພັກ - ຄະນະອໍານວຍການ, ສະມາຊິກພັກ, ພະນັກງານ - ລັດຖະກອນ ແລະ ກໍາມະກອນໃນລັດວິສາຫະກິດດັ່ງກ່າວ ເຂົ້າຮ່ວມ.
ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ມີ: ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະ ຄັ້ງທີ 6 ສະໄໝທີ VIII ຂອງແຂວງຈຳປາສັກ, ເອກະສານວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ, ວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະເພື່ອປະເທດຊາດ ຄົບຮອບ 76 ປີ.
ຖ້າພົບເຫັນນ້ຳປະປາແຕກ,ຮົ່ວໄຫລ,ລະບົບນ້ຳປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp: (0 20 59 547 839)
Website :https://nampapacps.com
☎ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921











