ວັນທີ 01 ທັນວາ 2020 ທີ່ຫ້ອງປະຊຸມ ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ ໃດ້ຈັດພິທີປາຖະກາຖາ ເອກະສານ ວັນສຳຄັນຂອງຊາດປະກອບມີ:1.ວັນຊາດທີ 2 ທັນວາ ຄົບຮອບ 45 ປີ2.ລະນຶກວັນສາກົນ ແລະ ສັບປະດາ ແຫຼ່ງຊາດ ເພື່ອລົບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 33 ປີ3.ວັນສ້າງຕັ້ງການທູດລາວ 75 ປີ 4. ວັນປະກາດ 2 ວັນເອກະລາດ ຄົບຮອບ 75 ປີ ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປາຖະກາຖາ ໂດຍ ທ່ານ ສົມສີ ມະນີນິນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ເຂົ້າຮ່ວມຮັບຟັງຄັ້ງນີ້ມີ ຄະນະພັກຄະນະອຳນວຍ,ຫົວໜ້າຂະແໜງ ພ້ອມດ້ວຍສາມະຊິກພັກ,ພະນັກງານພາຍໃນ ນອກນັ້ນຍັງໃດ້ ຈັດກິດຈະກຳ ແຂ່ງຂັນກິລາ ບານເຕະຟຸດຊໍມິດຕະພາບ 6 ອົງການປະກອບມີ: ລັດວິສາຫະກິດນ້ຳປະປາ ແຂວງຈຳປາສັກ, ອົງການກວດກາລັດ ແຂວງຈໍາປາສັກ,ອົງການກວດສອບປະຈຳພາກໃຕ້, ສະຫະພັນກຳມະບານ ແຂວງຈຳປາສັກ,ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຈຳປາສັກ , ຫ້ອງການພະລາກອງພົນທະຫານຮາບທີ5 ແລະ ສາຂາເມືອງຍັງໃດ້ຮ່ວມສ້າງຂະບວນການ ກິດຈະກຳແຂງຂັນກິລາເຊັ່ນດຽວກັນ ຈຸດປະສົງກໍ່ເພື່ອຂໍ່ານັບຮັບຕ້ອນ ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ.
ຄະນະພັກຮາກຖານ ລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ ມອບບັດສະມາຊິກພັກ ໃຫ້ແກ່ສະມາຊິກພັກສົມບູນ ຊຸດທີ IV.
ວັນທີ 26 ມັງກອນ 2024 ທີ່ຜ່ານມາ, ຄະນະພັກຮາກຖານລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ ໄດ້ຈັດພິທີມອບບັດສະມາຊິກພັກໃຫ້ແກ່ສະມາຊິກພັກສົມບູນ ຊຸດທີ IV ຂອງ 03 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບບັດໃຫ້ແກ່ສະມາຊິກພັກ ຂອງສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ປະທານອົງການກວດກາພັກ - ລັດແຂວງ, ສະຫາຍ ປອ ໄກ່ຄຳ ສຸວັນນະເມທີ ເລຂາຄະນະພັກຮາກຖານ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ, ສະຫາຍ ສາທິດ ປັດສາພັນ ຄະນະໜ່ວຍພັກ ຮອງຫົວໜ້າຄະນະຈັດຕັ້ງ ແຂວງ. ມີຄະນະພັກຮາກຖານ, ເລຂາ - ຮອງເລຂາ, ສະມາຊິກພັກສົມບູນທີ່ໄດ້ຮັບບັດພາຍໃນ 03 ໜ່ວຍພັກ ເຂົ້າຮ່ວມ. ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ WhatApp:(0 20 59 547 839) Website:https://nampapacps.com ☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ. ☎ ປາກເຊ 031 212514 ...
Read moreDetails