ວັນທີ 01-05 ພຶດສະພາ 2021 ທີ່ຜ່ານມາ ທ່ານ ປອ ໄກ່ຄຳ ສຸວັນນະເມທີ ຜູ້ອຳນວຍການ ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ ຮ່ວມລົງເຮັດວຽກນຳ ຫົວໜ້າຄະນະສະເພາະກິດຂັ້ນແຂວງຈຳປາສັກ ເພື່ອຕິດຕາມ, ກວດກາ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ພະຍາດ COVID -19 ຢູ່ພາຍໃນສູນກັກກັນຕິດຕາມຄວບຄຸມເຝົ້າລະວັງພະຍາດ COVID 19 ຈຸດທີ 01 ຢູ່ທີ່ວິທະຍາໄລການເງິນພາກໃຕ້ ແລະ ຈຸດທີ 02 ສະຖານທີ່ ສູນຫຼັກ21 ບ້ານໝໍ້ພຸ ທີ່ມີການປັບປຸງລະບົບນຳ້ປະປາ ເຊັ່ນ: ຕິດຕັ້ງໂປມດູດ, ຕິດຕັ້ງແທ້ງນໍ້າ 4,000 ລິດ, ຕິດຕັ້ງປໍ້າສົ່ງໂອໂຕ ແລະ ວາງລະບົບສາຍທໍ່ PE DN 63 ເພື່ອບໍລິການນໍ້າປະປາຢູ່ 02 ສູນໃຫ້ມີນຳ້ໃຊ້ຢ່າງພຽງພໍຕໍ່ຄວາມຕ້ອງການໃນສູນດັ່ງກ່າວ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp:0 20 59 547 839
ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
ປາກເຊ 031 212514
ສາຂາ ເມືອງໂພນທອງ 031 500125
ສາຂາ ເມືອງໂຂງ 031 213 671
ສາຂາ ເມືອງຈຳປາສັກ 030 2842137
ໜ່ວຍບໍລິການ ສະຜ່າຍ 030 4449921
			












