ສຳນັກງານ ນ້ຳປະປາ ແຂວງຈຳປາສັກ

ຂໍ້ມູນສຳນັກງານ

ລັດວິສາຫະກິດ ນ້ຳປະປາແຂວງຈຳປາສັກ
ສຳນັກງານຕັ້ງຢູ່: ບ້ານປາກເຊ, ເມືອງປາກເຊ, ແຂວງຈຳປາສັກ
ເບີໂທ: 031 212 240
ເບີແຟັກ: 031 214 598

ຂອບເຂດບໍລິການ: ນະຄອນປາກເຊ ປະກອບມີ 42 ບ້ານ ແລະມີເຂດບໍລິການ ກວມເອົາເມືອງອ້ອມຂ້າງ 1 ບ້ານຂອງເມືອງບາຈຽງ ແລະ 7 ຂອງເມືອງ ຊະນະສົມບູນ ລວມ 50 ບ້ານ ທີ່ເປັນພື້ນທີ່ບໍລິການສູນປາກເຊ ເຊີ່ງມີປະຊາກອນທັງໝົດ 106,534 ຄົນ, 18,114 ຄົວເຮືອນ. ສາມາດຊົມໃຊ້ນຳປະປາ 73,053 ຄົນ, ກວມເອົາ 12,421 ຄົວເຮືອນ ຄິດເປັນ 69% ຂອງພື້ນທີ່ບໍລິການ.

ຄະນະພັກຮາກຖານ​ ລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ ມອບບັດສະມາຊິກພັກ ໃຫ້ແກ່ສະມາຊິກພັກສົມບູນ ຊຸດທີ IV.

ວັນທີ​ 26​ ມັງກອນ​ 2024 ທີ່ຜ່ານມາ,​ ຄະນະພັກຮາກຖານ​ລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ​ ໄດ້ຈັດພິທີມອບບັດສະມາຊິກພັກໃຫ້ແກ່ສະມາຊິກພັກສົມບູນ ຊຸດທີ IV ຂອງ 03 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບບັດໃຫ້ແກ່ສະມາຊິກພັກ ຂອງສະຫາຍ ປະດິດ​ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ປະທານອົງການກວດກາ​ພັກ​ -​ ລັດແຂວງ, ສະຫາຍ ປອ ໄກ່ຄຳ ສຸວັນນະເມທີ ເລຂາຄະນະພັກຮາກຖານ​ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ, ສະຫາຍ​ ສາທິດ​ ປັດສາພັນ ຄະນະ​ໜ່ວຍພັກ​ ຮອງຫົວໜ້າຄະນະຈັດຕັ້ງ ແຂວງ.​ ມີຄະນະພັກຮາກຖານ, ເລຂາ​ - ຮອງເລຂາ, ສະມາຊິກພັກສົມບູນທີ່ໄດ້ຮັບບັດພາຍໃນ  03 ໜ່ວຍພັກ ເຂົ້າຮ່ວມ. ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ WhatApp:(0 20 59 547 839) Website:https://nampapacps.com ☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ. ☎ ປາກເຊ 031 212514  ...

Read moreDetails

ສະຖິຕິຜູ້ເຂົ້າຊົມ

069142
Users Today : 132
Users Yesterday : 116
This Month : 2065
This Year : 26575
Total Users : 69142
Views Today : 333
Total views : 236047
Who's Online : 1
Your IP Address : 216.73.216.147
Server Time : 2025-09-16