ວັນທີ 27 ກໍລະກົດ2021ເລີ້ມແຕ່ເວລາ 16:00ໂມງ
ທາງລັດວິສາຫະກິດນໍ້າປະປາແຂວງຈໍາປາສັກ ແມ່ນໄດ້ ຢຸດການຜະລິດນ້ຳຢູ່ໂຮງງານຜະລິດນໍ້າປະປາ ໂພນສະຫວັນຊົ່ວຄາວ ເນື່ອງຈາກລັດວິສາຫະກິດໄຟຟ້າ ສາຂາ ແຂວງຈຳປາສັກຈະໄດ້ມີການສ້ອມແປງໜໍ້ແບ່ງໄຟຟ້າ ຢູ່ຈຸດຂ້າງໂຮງແຮມຕັ່ງຈະເລີນ ບ້ານໂພນສະຫວັນ ນະຄອນປາກເຊ
ດັ່ງນັ້ນຈິ່ງເປັນສາເຫດເຮັດໃຫ້ນໍ້າປະປາ ໃນຂອບເຂດນະຄອນປາກເຊ ແຂວງຈຳປາສັກ,ນໍ້າປະປາບໍ່ມີແຮງດັນ ແລະ ບາງຂອບເຂດນໍ້າບໍ່ມາ. (ຄາດວ່າຈະໃຊ້ເວລາໃນການສ້ອມແປງ 1 ຊົ່ວໂມງ).
ດັ່ງນັ້ນຈິ່ງແຈ້ງມາເພື່ອຮັບຊາບ ,ຕ້ອງຂໍອາໄພໃນຄວາມບໍ່ສະດວກມາຍັງທີ່ນີ້ດ້ວຍ ຂໍຂອບໃຈ.






