ວັນທີ 25 ມີນາ 2021 ເລີ້ມແຕ່ເວລາ 6:00ໂມງ ຫາ 11:00ໂມງ.
➡️ ທາງລັດວິສາຫະກິດນໍ້າປະປາແຂວງຈໍາປາສັກ ແມ່ນຈະໃດ້ປິດປະຕູນໍ້າຊົ່ວຄາວເພື່ອສ້ອມແປງທໍ່ນໍ້າປະປາ DN 250 ແຕກສຸກເສີນ,(ຈຶ່ງບໍ່ສະມາດແຈ້ງກ່ອນລ່ວງໜ້າໃດ້) ຈຸດສ້ອມແປງແມ່ນຢູ່ ບ້ານ ດົງເກະໂລງ,ນະຄອນປາກເຊ.
➡️ ດັ່ງນັ້ນຈິ່ງເປັນສາເຫດເຮັດໃຫ້ນໍ້າປະປາ , ບ້ານດົງເກາະໂລງ, ບ້ານ ດອນເຂາະ, ບ້ານປາກຊອນ,ງົວແດງ ,ບ້ານໜອງຫອຍ,ບ້ານ ດອນເພັກ ແລະ ເຂດບ້ານສະຜ່າຍ ເມືອງຊະນະສົມບູນ ( 🚰ນໍ້າປະປາບໍ່ມີ ແລະ ບາງເຂດໃກ້ຄຽງນໍ້າມາຄ່ອຍ )
➡️ ຄາດວ່າໃຊ້ເວລາໃນສ້ອມແປງທໍ່ນໍ້າປະປາ 5 ຊົ່ວໂມງຈິ່ງຈະສ້ອມແປງສໍາເລັດ.(ຫຼັງຈາກສ້ອມແປງສຳເລັດແລ້ວ ຈະໃດ້ປ່ອຍນ້ຳໃຫ້ລູກຄ້າໃຊ້ປົກກະຕິ. ກ່ອນລູກຄ້າຈະເປິດນໍ້າຊົມໃຊ້ນັ້ນ ຕ້ອງລໍຖ້າປະມານ 1 ຊົ່ວໂມງເສຍກ່ອນ ເພື່ອໃຫ້ໜ່ວຍງານພວກເຮົາໃດ້ທຳການບິດັງນໍ້າໃນຈຸດທີ່ສ້ອມແປງນັ້ນອອກຈາກສາຍທໍ່ເສຍກ່ອນ ) ດັ່ງນັ້ນຈິງແຈ້ງມາເພື່ອຮັບຊາບ ແລະ ຕ້ອງຂໍອາໄພໃນຄວາມບໍ່ສະດວກມາຍັງທີ່ນີ້ດ້ວຍ ຂໍຂອບໃຈ.
👉 ຖ້າພົບເຫັນນຳ້ປະປາແຕກ, ຮົ່ວໄຫລ ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນໂທ:
☎ ປາກເຊ 031 212514 , 031 1169
☎ ສາຂາ ໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ດອນຕາລາດ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921
👉 ຕະຫຼອດ 24 ຊົ່ວໂມງ ສະເພາະເບີ 0311169 ແມ່ນໂທຟີບໍເສຍຄ່າໂທ










