ວັນທີ 29 ກັນຍາ 2022 ເລີ່ມແຕ່ ເວລາ 08:00ໂມງ ຫາ ເວລາ 12:00ໂມງ ທາງໂຮງງານຜະລິດນໍ້າປະປາ ໂພນສະຫວັນ ນະຄອນປາກເຊ, ແຂວງຈຳປາສັກ ຈະໃດ້ຢຸດການຜະລິດນໍ້າປະປາເປັນໄລຍະ ເພື່ອທຳການເຄື່ອນຍ້າຍເຮືອນແພຈັກສູບນໍ້າ ອັນເນື່ອງຈາກນໍ້າຂອງຂື້ນສູງຜິດປົກກະຕິ ເພາະໃດ້ຮັບຜົນກະທົບຈາກພະຍຸ ໂນຣູ ພັດຜ່ານເຂົ້າເຂດພາກໄຕ້ຂອງລາວ ໃນວັນທີ 28-30/09/2022 ນີ້ , ຈິ່ງສົ່ງຜົນກະທົບ ເຮັດໃຫ້ໂຮງງານຜະລິດນໍ້າປະປາ ໂພນສະຫັວນ, ນະຄອນປາກເຊ, ແຂວງຈຳປາສັກ ບໍ່ສາມາດຜະລິດນໍ້າປະປາໄດ້ປົກກະຕິ, ໃນຊ່ວງເວລາທີ່ມີການເຄື່ອນຍ້າຍເຮືອນແພຈັກສູບນໍ້າ ຄາດວ່າໃຊ້ເວລາໃນການເຄື່ອນຍ້າຍ 4 ຊົ່ວໂມງຈິ່ງຈະສຳເລັດ.
ດັ່ງນັ້ນຈຶ່ງເປັນສາເຫດເຮັດໃຫ້: ນ້ຳບໍ່ມີແຮງດັນ, ນ້ຳມາຄ່ອຍ, ນ້ຳບໍ່ມາ…..ເປັນບາງເຂດ, ຂອງນະຄອນປາກເຊ, ແຂວງຈຳປາສັກ
ຖ້າພົບເຫັນນໍ້າປະປາແຕກ,ຮົ່ວໄຫລ,ລະບົບນໍ້າປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp:(0 20 59 547 839)
Website:https://nampapacps.com
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921







