ວັນທີ 8 ເມສາ 2021 ທີ່ຜ່ານມາ ທີ່ຫ້ອງປະຊຸມລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໃຫ້ 3 ໜ່ວຍພັກໂດຍມີ ໜ່ວຍພັກໂຮງງານຜະລິດນໍ້າປະປາ, ໜ່ວຍພັກ ຈັດຕັ້ງ-ບໍລິຫານ.ບັນຊີການເງິນ, ໜ່ວຍພັກການຊ່າງ-ສຳຫຼວດອອກແບບ ທີ່ຂຶ້ນກັບຄະນະພັກຮາກຖານລັດວິສາຫະກິດນໍ້າປະປາແຂວງຈຳປາສັກ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ໂດຍການເປັນປະທານຂອງສະຫາຍ ສະນັ່ນ ສີພາພົມມະຈັນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ເຂົ້າຮ່ວມຂອງສະຫາຍ ປອ ໄກ່ຄຳ ສຸວັນນະເມທີ ເລຂາຄະນະພັກຮາກຖານ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາ, ສະຫາຍ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ພອ້ມຄະນະກຳມະການປະເມີນຜົນຂັ້ນແຂວງ, ຄະນະພັກ 3 ໜ່ວຍ, ສະມາຊິກພັກ-ພະນັກງານເຂົ້າຮ່ວມ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ.
Facebook :ລັດວິສາຫະກິດນໍ້າປະປາ-ແຂວງຈຳປາສັກ
WhatApp:0 20 59 547 839
ສາຍດ່ວນ Contact Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
ປາກເຊ 031 212514
ສາຂາ ໂພນທອງ 031 500125
ສາຂາ ເມືອງໂຂງ 031 213 671
ສາຂາ ດອນຕາລາດ 030 2842137
ໜ່ວຍບໍລິການ ສະຜ່າຍ 030 4449921

















