ວິໄສທັດ, ພາລະກິດ ແລະ ຄ່ານິຍົມ
ວິໃສທັດ: “ມຸ່ງໝັ້ນບໍລິການນ້ຳປະປາ ໃຫ້ປະຊາຊົນບັນດາເຜົ່າຢູ່ທຸກຕົວເມືອງຂອງແຂວງຈຳປາສັກ ແລະ ທຸກຄົນສາມາດເຂົ້າເຖິງ ແລະ ໄດ້ຊົມໃຊ້ນ້ຳປະປາທຸທີ່ທຸກເວລາ ”
ພາລະກິດ: “ສະໜອງນ້ຳປະປາ ດ້ວຍການຕິດຕັ້ງຕໍ່ນ້ຳ ຜ່ານໝໍ້ແທກນ້ຳ ຢູ່ທຸກພື້ນທີ່ບໍລິການ ໃຫ້ຜູ້ຊົມໃຊ້ສາມາດຮັບໄດ້ກັບລາຄານ້ຳ ແລະ ເພີ່ງພໍໃຈໃນລາຄາທີ່ຕິດຕັ້ງ ”
ຄ່ານິຍົມ: “ພັດທະນາຄົນ,ຄຽງຄູ່ກັບການພັດທະນາວຽກງານ,ບໍລິການວ່ອງໄວ,ຖືກຕ້ອງໂປ່ງໃສ”
ຄະນະພັກຮາກຖານ ລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ ມອບບັດສະມາຊິກພັກ ໃຫ້ແກ່ສະມາຊິກພັກສົມບູນ ຊຸດທີ IV.
ວັນທີ 26 ມັງກອນ 2024 ທີ່ຜ່ານມາ, ຄະນະພັກຮາກຖານລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ ໄດ້ຈັດພິທີມອບບັດສະມາຊິກພັກໃຫ້ແກ່ສະມາຊິກພັກສົມບູນ ຊຸດທີ IV ຂອງ 03 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບບັດໃຫ້ແກ່ສະມາຊິກພັກ ຂອງສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ປະທານອົງການກວດກາພັກ - ລັດແຂວງ, ສະຫາຍ ປອ ໄກ່ຄຳ ສຸວັນນະເມທີ ເລຂາຄະນະພັກຮາກຖານ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ, ສະຫາຍ ສາທິດ ປັດສາພັນ ຄະນະໜ່ວຍພັກ ຮອງຫົວໜ້າຄະນະຈັດຕັ້ງ ແຂວງ. ມີຄະນະພັກຮາກຖານ, ເລຂາ - ຮອງເລຂາ, ສະມາຊິກພັກສົມບູນທີ່ໄດ້ຮັບບັດພາຍໃນ 03 ໜ່ວຍພັກ ເຂົ້າຮ່ວມ. ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ WhatApp:(0 20 59 547 839) Website:https://nampapacps.com ☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ. ☎ ປາກເຊ 031 212514 ...
Read moreDetails