ວັນທີ 06 ພຶດສະພາ 2021 ຕ່າງໜ້າໃຫ້ຄະນະພັກ,ຄະນະອຳນວຍການ ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກນຳພາໂດຍ ທ່ານ ກ້ອນເພັດ ວິວາສານ ຮອງ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາແຂວງຈຳປາສັກ ສືບຕໍ່ລົງເຄື່ອນໄຫວປະກອບສ່ວນໃນນັ້ນປະກອບມີ : ນໍ້າດື່ມ, ເຄື່ອງດື່ມ, ເຈວລ້າງມື, ຜ້າອັດປາກ ອຸປະກອນປ້ອງກັນ ພະຍາດ Covid-19 ໃຫ້ບັນດາຈຸດກວດກາຄົນເຂົ້າ-ອອກເມືອງຂອງແຂວງ ຈຸດທີ 01 ຫຼັກ 8ເໜືອ ເສັ້ນທາງ 13 ເໜືອ ໄປເມືອງຊະນະສົມ, ຈຸດທີ02 ຫຼັກ 8 ໃຕ້ ເສັ້ນທາງ 13 ໄປເມືອງປາກຊ່ອງ,ຈຸດທີ03 ເສັ້ນທາງສາລາຂຽວ-ດົງຈອງ ໄປເມືອງໂຂງ ແຂວງຈຳປາສັກ. ທີ່ປະຕິບັດໜ້າທີ່ຕັ້ງຈຸດກວດຄົນເຂົ້າ-ອອກ ເຂົ້າອອກເມືອງຕໍ່ເມືອງ ໃນໄລຍະຊ່ວງ ພະຍາດ Covid-19 ລະບາດ , ເຄືອງທີ່ນຳໄປມອບໃນຄັ້ງນີ ລວມເປັນມູນຄ່າ 4,230,000 ກີບ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook :(ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp:0 20 59 547 839
ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
ປາກເຊ 031 212514
ສາຂາ ເມືອງໂພນທອງ 031 500125
ສາຂາ ເມືອງໂຂງ 031 213 671
ສາຂາ ເມືອງຈຳປາສັກ 030 2842137 
ໜ່ວຍບໍລິການ ສະຜ່າຍ 030 4449921
			









