ວັນທີ 06-07 ພຶດສະພາ 2021 ທີ່ຜ່ານມານີ້ ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ ປະກອບມີ: ສາຂາ ເມືອງໂພນທອງ, ສາຂາ ເມືອງຈຳປາສັກ, ສາຂາ ເມືອງຊະນະສົມບູນ ນຳໂດຍຫົວໜ້າສາຂາ ແລະ ຄະນະ ລົງເຄື່ອນໄຫວປະກອບສ່ວນອຸປະກອນປ້ອງກັນ ພະຍາດ Covid-19 ໃຫ້ຫົວໜ້າຄະນະສະເພາະກິດຂັ້ນເມືອງ: ເມືອງໂພນທອງ, ເມືອງຊະນະສົມບູນ, ເມືອງຈຳປາສັກ. ເພື່ອຕິດຕາມ, ກວດກາ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດ Covid-19. ອຸປະກອນທີ່ນຳໄປມອບໃຫ້ມີ: ນໍ້າດື່ມ, ເຄື່ອງດື່ມ, ເຈວລ້າງມື, ຜ້າອັດປາກ ລວມເປັນມູນຄ່າທັງໝົດ 4,320,000 ກີບ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp:0 20 59 547 839
ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
ປາກເຊ 031 212514
ສາຂາ ເມືອງໂພນທອງ 031 500125
ສາຂາ ເມືອງໂຂງ 031 213 671
ສາຂາ ເມືອງຈຳປາສັກ 030 2842137
ໜ່ວຍບໍລິການ ສະຜ່າຍ 030 4449921
			








