ວັນທີ 24 ພຶດສະພາ 2021 ເລີ້ມແຕ່ເວລາ 6:30ໂມງ ຫາ 11:30ໂມງ.
ທາງລັດວິສາຫະກິດນໍ້າປະປາແຂວງຈໍາປາສັກ ແມ່ນຈະໃດ້ປິດປະຕູນໍ້າຊົ່ວຄາວເພື່ອສ້ອມແປງທໍ່ນໍ້າປະປາ DN 250 ແຕກສຸກເສີນຈຶ່ງບໍ່ສະມາດແຈ້ງກ່ອນລ່ວງໜ້າໃດ້,ຈຸດສ້ອມແປງແມ່ນຢູ່,ບ້ານ ໂພນສີໄຄ,ນະຄອນປາກເຊ.
ດັ່ງນັ້ນຈິ່ງເປັນສາເຫດເຮັດໃຫ້ນໍ້າປະປາ ບ້ານໂພນສີໄຄ, ບ້ານດົງເກາະໂລງ, ບ້ານ ດອນເຂາະ, ບ້ານປາກຊອນ,ບ້ານງົວແດງ,ແກ້ງແກວ, ບ້ານໜອງຫອຍ,ບ້ານ ດອນເພັກ,ບ້ານສິວິໄລ ແລະ ເຂດບ້ານສະຜ່າຍ ເມືອງຊະນະສົມບູນ (ນໍ້າປະປາບໍ່ມີ ແລະ ບາງເຂດໃກ້ຄຽງນໍ້າມາຄ່ອຍ )
ຄາດວ່າໃຊ້ເວລາໃນການສ້ອມແປງທໍ່ນໍ້າປະປາ 5 ຊົ່ວໂມງຈິ່ງຈະສ້ອມແປງສໍາເລັດ.(ຫຼັງຈາກສ້ອມແປງສຳເລັດແລ້ວ ຈະໃດ້ປ່ອຍນ້ຳໃຫ້ລູກຄ້າໃຊ້ປົກກະຕິ. ກ່ອນລູກຄ້າຈະເປິດນໍ້າຊົມໃຊ້ນັ້ນ ຕ້ອງລໍຖ້າປະມານ 1 ຊົ່ວໂມງເສຍກ່ອນ ເພື່ອໃຫ້ໜ່ວຍງານພວກເຮົາໃດ້ທຳການບິດັງນໍ້າໃນຈຸດທີ່ສ້ອມແປງນັ້ນອອກຈາກສາຍທໍ່ເສຍກ່ອນ ) ດັ່ງນັ້ນຈິງແຈ້ງມາເພື່ອຮັບຊາບ ແລະ ຕ້ອງຂໍອາໄພໃນຄວາມບໍ່ສະດວກມາຍັງທີ່ນີ້ດ້ວຍ ຂໍຂອບໃຈ.
ຖ້າພົບເຫັນນຳ້ປະປາແຕກ, ຮົ່ວໄຫລ ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນໂທ:
☎ ປາກເຊ 031 212514 , 031 1169
☎ ສາຂາ ໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ດອນຕາລາດ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921
👉 ຕະຫຼອດ 24 ຊົ່ວໂມງ ສະເພາະເບີ 0311169 ແມ່ນໂທຟີບໍເສຍຄ່າໂທ
			





