ວັນທີ 2ມິຖຸນາ2021ເລີ້ມແຕ່ເວລາ 11:00ໂມງ ຫາ 15:00ໂມງ.
ທາງລັດວິສາຫະກິດນໍ້າປະປາແຂວງຈໍາປາສັກ ແມ່ນຈະໃດ້ປິດປະຕູນໍ້າຊົ່ວຄາວ,ເພື່ອສ້ອມແປງທໍ່ PE80 ແຕກ ,ສະຖານທີ່ແມ່ນຢູ່ ບ້ານຫົວແຊ,ເມືອງບາຈຽງຈະເລີນສຸກ.
ດັ່ງນັ້ນຈິ່ງເປັນສາເຫດເຮັດໃຫ້ນໍ້າປະປາ,ບ້ານ ຫົວແຊ,ບ້ານໜອງບົວທອງ,ບ້ານພັດທະນາຫຼັກ7 ແລະ ເຂດບ້ານໄກ້ຄຽງ (ນໍ້າປະປາບໍ່ມີ ແລະ ບາງເຂດໃກ້ຄຽງນໍ້າມາຄ່ອຍ )
ຄາດວ່າໃຊ້ເວລາໃນສ້ອມແປງທໍ່ນໍ້າປະປາ 4 ຊົ່ວໂມງ ຈິ່ງຈະສ້ອມແປງສໍາເລັດ.(ຫຼັງຈາກສ້ອມແປງສຳເລັດແລ້ວ ຈະໃດ້ປ່ອຍນ້ຳໃຫ້ລູກຄ້າໃຊ້ປົກກະຕິ. ກ່ອນລູກຄ້າຈະເປິດນໍ້າຊົມໃຊ້ນັ້ນ ຕ້ອງລໍຖ້າປະມານ 1 ຊົ່ວໂມງເສຍກ່ອນ ເພື່ອໃຫ້ໜ່ວຍງານພວກເຮົາໃດ້ທຳການບິດັງນໍ້າໃນຈຸດທີ່ສ້ອມແປງນັ້ນອອກຈາກສາຍທໍ່ເສຍກ່ອນ ) ດັ່ງນັ້ນຈິງແຈ້ງມາເພື່ອຮັບຊາບ ແລະ ຕ້ອງຂໍອາໄພໃນຄວາມບໍ່ສະດວກມາຍັງທີ່ນີ້ດ້ວຍ ຂໍຂອບໃຈ.
ຖ້າພົບເຫັນນຳ້ປະປາແຕກ, ຮົ່ວໄຫລ ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນໂທ:
☎ ປາກເຊ 031 212514 , 031 1169
☎ ສາຂາ ໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ດອນຕາລາດ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921
👉 ຕະຫຼອດ 24 ຊົ່ວໂມງ ສະເພາະເບີ 0311169 ແມ່ນໂທຟີບໍເສຍຄ່າໂທ
			






