ວັນທີ 29 ມິຖຸນາ 2021ເລີ້ມແຕ່ເວລາ 5:50ໂມງ ຫາ 11:00ໂມງ.
ທາງລັດວິສາຫະກິດນໍ້າປະປາແຂວງຈໍາປາສັກ ແມ່ນຈະໄດ້ປິດປະຕູນໍ້າຊົ່ວຄາວເພື່ອສ້ອມແປງທໍ່ນໍ້າປະປາ DN 250 ແຕກສຸກເສີນຈຶ່ງບໍ່ສາມາດແຈ້ງກ່ອນລ່ວງໜ້າໄດ້ ຈຸດສ້ອມແປງແມ່ນຢູ່ ບ້ານ ໂພນງາມ ນະຄອນປາກເຊ.
ດັ່ງນັ້ນຈິ່ງເປັນສາເຫດເຮັດໃຫ້ນໍ້າປະປາ ບ້ານໂພນງາມ, ບ້ານ ຫ້ວຍເລົາ, ບ້ານໂພສີໄຄ, ບ້ານດົງເກາະລົງ,ບ້ານ ດອນເຂາະ, ບ້ານປາກຊອນ, ບ້ານ ໜອງຫອຍ, ບ້ານດອນເພັກ ແລະ ເຂດບ້ານສະຜ່າຍ ເມືອງຊະນະສົມບູນ( ນໍ້າປະປາບໍ່ມີ ແລະ ບາງເຂດໃກ້ຄຽງນໍ້າມາຄ່ອຍ ).
ຄາດວ່າຈະໃຊ້ເວລາໃນການສ້ອມແປງທໍ່ນໍ້າປະປາ ປະມານ 5 ຊົ່ວໂມງຈິ່ງຈະສ້ອມແປງສໍາເລັດ.(ຫຼັງຈາກສ້ອມແປງສຳເລັດແລ້ວ ຈະໄດ້ປ່ອຍນ້ຳໃຫ້ລູກຄ້າໃຊ້ປົກກະຕິ.
ກ່ອນລູກຄ້າຈະເປິດນໍ້າຊົມໃຊ້ນັ້ນ ຕ້ອງລໍຖ້າປະມານ 1 ຊົ່ວໂມງເສຍກ່ອນ ເພື່ອໃຫ້ໜ່ວຍງານພວກເຮົາໄດ້ທຳການວິລັງນໍ້າໃນຈຸດທີ່ສ້ອມແປງນັ້ນອອກຈາກສາຍທໍ່ເສຍກ່ອນ ) ດັ່ງນັ້ນຈິງແຈ້ງມາເພື່ອຮັບຊາບ ແລະ ຕ້ອງຂໍອາໄພໃນຄວາມບໍ່ສະດວກມາຍັງທີ່ນີ້ດ້ວຍ ຂໍຂອບໃຈ.
ຖ້າພົບເຫັນນຳ້ປະປາແຕກ, ຮົ່ວໄຫລ ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນໂທ:
☎ ປາກເຊ 031 212514 , 031 1169
☎ ສາຂາ ໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ດອນຕາລາດ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921
👉 ຕະຫຼອດ 24 ຊົ່ວໂມງ ສະເພາະເບີ 0311169 ແມ່ນໂທຟີບໍເສຍຄ່າໂທ
			






