ວັນທີ 3 ກັນຍາ 2021ທີ່ຜ່ານມາ, ຄະນະພັກຮາກຖານລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ ແລະ ໜ່ວຍພັກຮາກຖານວິທະຍາໄລການເງິນພາກໃຕ້ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າ ຂຶ້ນເປັນສະມາຊິກພັກສໍາຮອງ ຈໍານວນ 7 ສະຫາຍ ຄື: ສະຫາຍ ນາງ ຄຳໄຜ່ ໄຊທານີ,ສະຫາຍ ນາງ ເກດດາວັນ ວົງພົມ,ສະຫາຍ ນາງ ຍົກສະໄໜ ພູລະອຽດ,ສະຫາຍ ທົງສິດ ແກ້ວດວງດີ ,ສະຫາຍ ທິບພະກອນ ເມືອງວົງສາ,ສະຫາຍ ອຳມະໄລ ສ້ອຍວິໄລ,ສະຫາຍ ສາຍສະໜອນ ຊາພັກດີ ແລະ ເລື່ອນສະມາຊິກພັກສໍາຮອງ 1 ສະຫາຍ ຂຶ້ນເປັນສະມາຊິກພັກສົມບູນ ຄື: ສະຫາຍ ພົມມາ ຮັກສົມຜົນ .
ພິທີຈັດຂຶ້ນຢູ່ຫ້ອງປະຊຸມໂຮງງານຜະລິດນໍ້າປະປາ ໂດຍການເຂົ້າຮ່ວມຂອງສະຫາຍ ຄຳສິງ ໜູນເຕ້ ຮອງເລຂາຄະນະພັກຮາກຖານລັດວິສາຫະກິດນໍ້າປະປາ, ສະຫາຍ ເຂັມເພັດ ພັນນະເລດ ປະທານກວດກາຄະນະພັກຮາກຖານລັດວິສາຫະກິດນໍ້າປະປາ,ສະຫາຍ ຄຳໄໜ ຈັນທາສັກ ຄະນະພັກຮາກຖານ,ມີຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp:(0 20 59 547 839)
Website:https://nampapacps.com
☎ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921
















