ວັນທີ 2 ຕຸລາ 2021ເລີ້ມແຕ່ເວລາ 5:30ໂມງ ຫາ 12:30ໂມງ.
ທາງລັດວິສາຫະກິດນໍ້າປະປາແຂວງຈໍາປາສັກ ແມ່ນຈະໄດ້ປິດປະຕູນໍ້າຊົ່ວຄາວເພື່ອສ້ອມແປງທໍ່ນໍ້າປະປາ DN 250 ແຕກສຸກເສີນ ຈຸດສ້ອມແປງແມ່ນຢູ່ ບ້ານ ໂພນສີໄຄ ນະຄອນປາກເຊ.
ດັ່ງນັ້ນຈິ່ງເປັນສາເຫດເຮັດໃຫ້ນໍ້າປະປາ ບ້ານໂພນສີໄຄ,ບ້ານດົງເກາະໂລງ, ບ້ານ ດອນເຂາະ, ບ້ານປາກຊອນ, ບ້ານໜອງຫອຍ ,ບ້ານດອນເພັກ ແລະ ເຂດບ້ານສະຜ່າຍ ເມືອງຊະນະສົມບູນ ( ນໍ້າປະປາບໍ່ມີ ແລະ ບາງເຂດໃກ້ຄຽງນໍ້າມາຄ່ອຍ )
ຄາດວ່າຈະໃຊ້ເວລາໃນສ້ອມແປງທໍ່ນໍ້າປະປາ 6 ຊົ່ວໂມງຈິ່ງຈະສ້ອມແປງສໍາເລັດ.(ຫຼັງຈາກສ້ອມແປງສຳເລັດແລ້ວ ຈີ່ງຈະໄດ້ປ່ອຍນ້ຳໃຫ້ລູກຄ້າໃຊ້ປົກກະຕິ. ກ່ອນລູກຄ້າຈະເປິດນໍ້າຊົມໃຊ້ນັ້ນ ຕ້ອງລໍຖ້າປະມານ 1 ຊົ່ວໂມງເສຍກ່ອນ ເພື່ອໃຫ້ໜ່ວຍງານພວກເຮົາໄດ້ທຳການວິລັງນໍ້າໃນຈຸດທີ່ສ້ອມແປງນັ້ນອອກຈາກສາຍທໍ່ເສຍກ່ອນ ) ດັ່ງນັ້ນຈິງແຈ້ງມາເພື່ອຮັບຊາບ ແລະ ຕ້ອງຂໍອາໄພໃນຄວາມບໍ່ສະດວກມາຍັງທີ່ນີ້ດ້ວຍ ຂໍຂອບໃຈ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ
WhatApp:(0 20 59 547 839)
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921
			






