ອີງຕາມກົດໝາຍວ່າດ້ວຍ ນ້ຳປະປາ ສະບັບເລກທີ 04/ສພຊ, ນະຄອນຫຼວງວຽງຈັນ, ວັນ 9 ກໍລະກົດ 2009.
ອີງຕາມແຈ້ງການຂອງພໍ່ແມ່ ປະຊາຊົນ, ຫ້ອງການອົງການສຳນັກງານຂອງລັດ ແລະ ເອກະຊົນ ມີກຸ່ມຄົນບໍ່ດີລັກອຸປະກອນນ້ຳປະປາ ເປັນຈຳນວນຫລາຍ ແລະ ມີ ທ່າອ່ຽງເພີ່ມຂື້ນເລື້ອຍໆ ເຊີ່ງມີຜົນກະທົບຕໍ່ການສະໜອງນ້ຳປະປາ ແລະ ຊັບສິນຂອງລັດໂດຍກົງ ລວມທັງຜິດ ກົດ ໝາຍວ່າດ້ວຍ ນ້ຳປະປາ ສະບັບເລກທີ 04/ສພຊ ນະຄອນຫຼວງວຽງຈັນ, ວັນທີ 9ກໍລະກົດ 2009 ມາດຕາ 48 ວ່າດ້ວຍຂໍ້ຫ້າມບໍ່ໃຫ້ບຸກຄົນລັກອຸປະກອນນ້ຳປະປາ.
ຜູ້ອຳນວຍການລັດວິສາຫະກິດນ້ຳປະປາ ແຂວງຈຳປາສັກ ອອກແຈ້ງການ
- ຫ້າມບໍ່ໃຫ້ ບຸກຄົນລັກເອົາວັດຖຸອຸປະກອນນ້ຳປະປາ ຂອງພໍ່ແມ່ປະຊາຊົນ, ຫ້ອງການສຳໜັກງານອົງການຂອງລັດ ແລະ ເອກະຊົນໂດຍບໍ່ໄດ້ຮັບອະນຸຍາດ.
- ຫ້າມບໍ່ໃຫ້ຫ້າງຮ້ານ ພໍ່ຄ້າຊາວຂາຍ ເກັບຊື້ ວັດຖຸອຸປະກອນນ້ຳປະປາ ຈາກກຸ່ມຄົນບໍ່ດີ ທີ່ລັກເອົາ ອຸປະກອນນຳ້ປະປາ ມາຂາຍໃຫ້ໂດຍບໍ່ໄດ້ຮັບອານຸຍາດ ຈາກລັດວິສາຫະກິດນ້ຳປະປາ ແຂວງຈຳປະສັກ.
- ໃນກໍລະນີ ຫ້າງຮ້ານ ພໍ່ຄ້າ-ຊາວຂາຍ ແລະ ບຸກຄົນທົ່ວໄປ ຫາກລະເມີດຂໍ້ຫ້າມທີ່ 1 ແລະ 2 ລັດວິສາຫະກິດ ນ້ຳປະປາແຂວງຈຳປະສັກ ຈະແຈ້ງເຈົ້າໜ້າທີ່ ດຳເນີນ ຄະດີຕາມລະບຽບກົດໝາຍຂອງ ສປປ ລາວ ແລະ ປັບໄໝຕາມລະບຽບ ລັດວິສາຫະກິດນ້ຳປະປາແຂວງຈຳປາສັກ ວາງອອກ;
- ຖ້າຫາກວ່າ ຫ້າງຮ້ານ ພໍ່ຄ້າ-ຊາວຂາຍ ແລະ ບຸກຄົນທົ່ວໄປ ຫາກພົບເຫັນກຸ່ມຄົນທີ່ລະເມີດ ຂໍ້ຫ້າມທີ່ 1 ແລະ 2 ກະລຸນາຖ່າຍພາບຄົນດັ່ງກ່າວ ແລ້ວໂທແຈ້ງໝາຍເລກ (ໂທລະສັບ 031 1169) ລັດວິສາຫະກິດນ້ຳປະປາ ແຂວງຈຳປາສັກ ຈະສົມມະນາຄຸນຜູ້ແຈ້ງ 40% ຂອງມູນຄ່າການປັບໄຫມ ດັ່ງນັ້ນ, ຈີ່ງໄດ້ແຈ້ງ ມາຍັງພໍ່ແມ່ປະຊາຊົນໝົດທຸກຄົນເພື່ອຮັບຊາບ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
Whatsapp(0 20 59 547 839)
Website:https://nampapacps.com
☎ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921







