ວັນທີ 19 ພະຈິກ 2021ທີ່ຫ້ອງປະຊຸມລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ,ໄດ້ຈັດກອງປະຊຸມ,ພິທີປາຖະກະຖາຫວນຄືນມູນເຊື້ອ ວັນມະຫາປະຕິວັດເດືອນຕຸລາ ລັດເຊຍ ຄົບຮອບ 104 ປີ (7/11/1917 – 7/11/2021) ແລະ ວັນເກີດທ່ານ ຟຣີດຣິກ ອັງແກນ ຄົບຮອບ 201 ປີ(28/11/1820 – 28/11/2021) ໂດຍການໃຫ້ກຽດປາຖະກະຖາ ມູນເຊື້ອວັນສໍາຄັນດັ່ງກ່າວຂອງທ່ານ ຄໍາສິງ ໝູນເຕ້ ຮອງເລຂາຄະນະພັກຮາກຖານ ຮອງຜູ້ອໍານວຍການລັດວິສາຫາກິດນໍ້າປະປາ, ເຂົ້າຮ່ວມມີຄະນະພັກຮາກຖານ, ເລຂາໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານພາຍໃນລັດວິສາຫະກິດ ເຊິ່ງການປາຖະກະຖາຄັ້ງນີ້ກໍເພື່ອແນໃສ່ໃຫ້ສະມາຊິກພັກ – ພະນັກງານ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບເນື້ອໃນສໍາຄັນຂອງ 2 ວັນປະຫວັດສາດ ທີ່ມີຕໍ່ສັງຄົມມະນຸດ ກໍ່ຄືຕໍ່ປະເທດລາວເຮົາ. ພ້ອມນີ້ໃນພິທີຍັງໄດ້ຜ່ານບັນດາຄໍາສັ່ງ, ແຈ້ງການ ຂອງຄະນະພັກຂັ້ນເທິງ ອີກດ້ວຍ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp: (0 20 59 547 839)
Website :https://nampapacps.com
☎ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921
			












