ວັນທີ 09-10 ທັນວາ 2021 ຄະນະພັກຮາກຖານລັດວິສາຫະກິດນໍ້າປະປາແຂວງຈຳປາສັກ ຈັດກອງປະຊຸມ ກວດກາປະເມີນຜົນກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2021,ເຊິ່ງປະກອບມີ 03 ໜ່ວຍພັກທີຂື້ນກັບຄະນະພັກຮາກຖານ ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ,ໜ່ວຍພັກຈັດຕັ້ງ-ບໍລິຫານ ການເງິນ,ໜ່ວຍພັກໂຮງງານຜະລິດນໍ້າປະປາປາກເຊ, ໜ່ວຍພັກການຊ່າງ-ສໍາຫຼວດອອກແບບ, ໄດ້ຈັດກອງປະຊຸມກວດກາປະເມີນຜົນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 . ໂດຍການໃຫ້ກຽດເຂົ້າຮ່ວມຂອງ ປອ ໄກ່ຄຳ ສຸວັນນະເມທີ ເລຂາຄະນະພັກຮາກຖານລັດວິສາຫະກິດນໍ້າປະປາ,ສະຫາຍ ຄໍາສິງ ໝູນເຕ້ ຮອງເລຂາຄະນະພັກຮາກຖານລັດວິສາຫະກິດນໍ້າປະປາ, ມີຄະນະກໍາມະການກວດກາປະເມີນຜົນກໍ່ສ້າງໜ່ວຍພັກປອດໃສ,ເຂັມແຂງ,ໜັກແໜ້ນ ຂັ້ນແຂວງ,ເລຂາໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານລັດວິສາຫະກິດນໍ້າປະປາ, ຕ່າງໜ້າອົງການຈັດຕັ້ງມະຫາຊົນຂັ້ນຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ,ສຳຮອງ ທັງໜົດ ເຂົ້າຮ່ວມກອງປະຊຸມຄັ້ງນີ້.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook :(ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ
WhatApp:(0 20 59 547 839)
Website:https://nampapacps.com
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921
















