ບ່າຍວັນທີ 11/4/2022ທີ່ຜ່ານມານີ້.ຫ້ອງການນ້ຳປະປາສາຂາເມືອງຊະນະສົມບູນ ທີ່ຂື້ນກັບລັດວິສາຫະກິດນ້ຳປະປາແຂວງຈຳປາສັກ.ໄດ້ຈັດພິທີເຊື່ອມຊືມມະຕິກອງປະຊຸມຄົບຄະນະຄັ້ງທີ 3 ສະໄໝທີ XI ຂອງພັກ,ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈຳປາສັກຄັ້ງທີ 6 ສະໄຫມທີ VIII ຂອງພັກ ແລະ ເຊື່ອມຊືມວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 67 ປີ,ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 76 ປີ.ຂື້ນຢູ່ທີ່ຫ້ອງການດັ່ງກ່າວ,ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສອນສະຫວັນ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊະນະສົມບູນ,ໃຫ້ກຽດເຂົ້າຮ່ວມມີທ່ານ ເພັດສະໝອນ ຫຼວງລາດ ຮອງຫົວໜ້າຫ້ອງການນ້ຳປະປາສາຂາເມືອງຊະນະສົມບູນ,ມີພະນັກງານພາຍໃນຫ້ອງການນ້ຳປະປາສາຂາເມືອງດັ່ງກ່າວເຂົ້າຮ່ວມ.
 ທ່ານ ເພັດສະໝອນ ຫຼວງລາດ ຮອງຫົວໜ້າຫ້ອງການນ້ຳປະປາສາຂາເມືອງຊະນະສົມບູນໃຫ້ຮູ້ວ່າ: ຈຸດປະສົງໃນການຈັດພິທີໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ຄະນະພັກ-ພະນັກງານສະມາຊີກພັກທົ່ວຫ້ອງການນ້ຳປະປາສາຂາເມືອງຊະນະສົມບູນ ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ໂດຍສະເພາະກໍ່ແມ່ນວຽກງານຈຸດສຸມຂອງແຂວງ ແລະ ເມືອງວາງອອກ ໂດຍຕິດພັນກັບການຜັນຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ ແລະວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ນອກນັ້ນຍັງເປັນການລະນືກເຖີງມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ແລະ ຂອງບັນພະບູລຸດທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອຊາດ-ເພື່ອປະຊົນໃນພາລະກິດປົດປ່ອຍຊາດຕ້ານກັບພວກຈັກກະພັດລາເມືອງຂື້ນແບບເກົ່າແລະແບບໃໝ່ຈົນສາມາດຍາດໄດ້ໄຊຊະນະແລ້ວສະຖາປານາປະເທດຊາດເປັນສາທາລະນະລັດປະຊາທິປະໄຕປະຊາຊົນລາວ,ໃນວັນທີ 2 ທັນວາ ປີ1975.
ຖ້າພົບເຫັນນໍ້າປະປາແຕກ,ຮົ່ວໄຫລ,ລະບົບນໍ້າປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp:(0 20 59 547 839)
Website:https://nampapacps.com
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921
			









