ວັນທີ 30 ສິງຫາ 2022 ທີ່ຫ້ອງປະຊຸມລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາຫລື ເພື່ອແກ້ໃຂປະກົດການຫຍໍ້ທໍ້(ກ່ຽວກັບກຸ່ມຄົນບໍ່ດີລັກໜໍ້ແທກນໍ້າໃນເຂດການບໍລິການນໍ້າປະປາ ນະຄອນປາກເຊ-ເມືອງບາຈຽງ)ໂດຍການເຂົ້າຮ່ວມເປັນຄະນະປະທານກອງປະຊຸມ ຂອງທ່ານ ຄຳສິງ ໜູນເຕ້ ຮອງເລຂາຄະນະພັກຮາກຖານ ຮອງຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ທັງເປັນຮອງຫົວໜ້າຄະນະປ້ອງກັນພາຍໃນສຳນັກງານ,ທ່ານ ພັທ ທອງສ່ຽນ ດວງຄຳ ຄະນະພັກຮາກຖານ ຮອງຫ້ອງສັນຕິບານ ປກສ ແຂວງ ,ທ່ານ ພັທ ແກ້ວວຽງໄຊ ອ່ອນໃຊວຽງ ຮອງກອງບັນຊາການ ປກສ ນະຄອນປາກເຊ ,ໃຫ້ກຽດເຂົ້າຮ່ວມມີ ທ່ານເລຂາຄະນະພັກຮາກຖານ,ຫົວໜ້າ ປກສ ກຸ່ມບ້ານ ເທດສະບານ,ຫົວໜ້າ ປກສ ກຸ່ມບ້ານ,ເລຂາພັກບ້ານໃຫ່ຍພັດທະນາ,ນາຍບ້ານ,ພາຍໃນນະຄອນປາກເຊ ຈຸດປະສົງຂອງກອງປະຊຸມເພື່ອການຖອດຖອນ ບົດຮຽນ ແລະ ຄົ້ນຄວ້າ-ປຶກສາຫາຫລື ແລະ ວິທີແກ້ໃຂ ກ່ຽວກັບສະພາບປະກົດການຫຍໍ້ທໍ້ ເປັນຕົ້ນແມ່ນກຸ່ມຄົນບໍ່ດີເຄື່ອນໄຫວ ລັກໜໍ້ແທກນໍ້າປະປາ ຂອງພໍ່ແມ່ປະຊາຊົນ ໃນຂອບເຂດນະຄອນປາກເຊ ແລະ ເມືອງບາຈຽງຈະເລີນສຸກ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp:(0 20 59 547 839)
Website:https://nampapacps.com
☎ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921












