ໃນຕອນບ່າຍວັນທີ 27 ມັງກອນ 2023 ທີ່ຜ່ານມາລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ ໄດຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ແລະ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 5 ສະໄໝທີ XI ຂອງພັກ ແລະ ມະຕິກອງປະຊຸມຄົບຄະນະຄັ້ງທີ 9 ສະໄໝທີ VIII ຂອງແຂວງຈໍາປາສັກ. ໃຫ້ກຽດປາຖະກະຖາຂອງທ່ານ ປອ ວັນນະລາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ, ເຂົ້າຮ່ວມມີທ່ານ ກ້ອນເພັດ ວິວາສານ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າປະປາແຂວງ, ທ່ານ ຄໍາໄໝ ຈັນທາສັກ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າປະປາແຂວງ,ຕະຫລອດຮອດ ພະນັກງານນໍາພາ ແລະ ສະມາຊິກພັກ, ພະນັກງານວິຊາການເຂົ້າຮ່ວມຮັບຟັງ.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ
WhatApp:(0 20 59 547 839)
Website:https://nampapacps.com
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ສາຂາ ເມືອງຊະນະສົມບູນ 030 4449921
☎ໜ່ວຍງານຄຸ້ມຄອງຄຸນນະພາບນໍ້າປະປາ 020 55925404-020 54992456