
ວັນທີ 20 ກໍລະກົດ 2020 ທີ່ຜ່ານມາຢູ່ທີ່ໂຮງງານຜະລິດນໍ້າປະປາໂພນສະຫວັນ ນະຄອນປາກເຊ ແຂວງຈໍາປາສັກ ຄະນະພັກຮາກຖານລັດວິສາຫະກິດນໍ້າປະປາແຂວງຈໍາປາສັກ ຈັດພິທີມອບບັດໃຫ້ສະມາຊິກພັກສົມບູນ. ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ເມກສະຫວັນ ພົມພິທັກ ຮອງເລຂາຄະນະບໍລິຫານງານພັກແຂວງ ທັງເປັນຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກພະນັກງານຂັ້ນແຂວງ ແລະ ເປັນປະທານສະພາປະຊາຊົນແຂວງ , ສະຫາຍ ສະນັ່ນ ສີພາພົມມະຈັນ ກໍາມະການພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ປອ ໄກ່ຄໍາ ສຸວັນນະເມທີ ເລຂາຄະນະພັກຮາກຖານ ຜູ້ອໍານວຍການລັດວິສາຫະກິດນໍ້າປະປາແຂວງ, ບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ. ສະຫາຍສະມາຊິກພັກສົມບູນທີ່ໄດ້ຮັບບັດໃນຄັ້ງນີ້ ມີຈໍານວນ 6 ສະຫາຍ ຈາກ 3 ໜ່ວຍພັກທີ່ຂຶ້ນ ກັບຄະນະພັກຮາກຖານລັດວິສາຫະກິດນໍ້າປະປາແຂວງ ຄື:
ໜ່ວຍພັກຈັດຕັ້ງ, ບໍລິຫານ – ການເງິນ 2 ສະຫາຍ ຄື:
– ສະຫາຍ ແກ້ວວຽງໄຊ ແສງສຸລິຍາ .
– ສະຫາຍ ສິນນະຄອນ ວັງແກ້ວມະນີ
ໜ່ວຍພັກການຊ່າງ – ສໍາຫຼວດອອກແບບ 2 ສະຫາຍຄື:
– ສະຫາຍ ຄໍາເກີ່ງ ສາຍສະຫວັດ
– ສະຫາຍ ທອງດໍາ ໄຊຍະລາດ
ໜ່ວຍພັກໂຮງງານຜະລິດນໍ້າປະປາປາກເຊ 2 ສະຫາຍ ຄື:
– ສະຫາຍ ສຸດທະໂນ ພວງມະນີ
– ສະຫາຍ ອ່ອນຄໍາ ແກ້ວດວງຕາ







