
ແຈ້ງເຖິງ: ພະນັກງານ, ທະຫານ, ຕຳຫຼວດ ,ພໍ່ຄ້າຊາວຂາຍ ຕະຫລອດຮອດພໍ່ແມ່ປະຊາຊົນ ທີ່ຊົມໃຊ້ນໍ້າປະປາ ຊາບທົ່ວເຖິງກັນວ່າ :
ວັນທີ 29 ພຶດສະພາ 2020 ເລີ້ມແຕ່ເວລາ 6:00ໂມງ ຫາ 11:00ໂມງ.
ທາງລັດວິສາຫະກິດນໍ້າປະປາແຂວງຈໍາປາສັກ ແມ່ນຈະໃດ້ປິດປະຕູນໍ້າຊົ່ວຄາວເພື່ອສ້ອມແປງທໍ່ນໍ້າປະປາ DN 350 (ເນື່ອງຈາກແຕກແບບສຸກເສີນ ແຕ່ເວລາ 2 ໂມງກາງຄືນນີ້ ເຮົາຈຶ່ງບໍ່ສະມາດແຈ້ງກ່ອນລ່ວງໜ້າໃດ້) ຈຸດສ້ອມແປງແມ່ນຢູ່ ບ້ານ ໂພນໄຊ ຫຼັງໂຮງຮຽນ ມສ ໂພນໄຊ ນະຄອນປາກເຊ.
ດັ່ງນັ້ນຈິ່ງເປັນສາເຫດເຮັດໃຫ້ນໍ້າປະປາ ບ້ານ ໂພນໄຊ , ບ້ານຫຼັກເມືອງ,ບ້ານ ຮ່ອງກະຍອມ,ບ້ານ ປາກເຊ, ທ້ານ ທ່າຫີນ,ບ້ານ ທ່າໄຮ່,ບ້ານ ຄັນເກີງ,ບ້ານ ຫ້ວຍເລົາ (
ນໍ້າປະປາບໍ່ມີ ແລະ ບາງເຂດໃກ້ຄຽງນໍ້າມາຄ່ອຍ )
ຄາດວ່າໃຊ້ເວລາໃນການສ້ອມແປງ 6 ຊົ່ວໂມງຈິ່ງຈະສ້ອມແປງສໍາເລັດ .
( ດັ່ງນັ້ນຈິງແຈ້ງມາເພື່ອຮັບຊາບ ແລະ ຂໍອາໄພໃນຄວາມບໍ່ສະດວກມາຍັງທີ່ນີ້ດ້ວຍ ຂໍຂອບໃຈ)







