ວັນທີ 31 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມໂຮງງານຜະລິດນໍ້າປະປາບ້ານໂພນສະຫວັນ, ໄດ້ຈັດພິທີປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ, ມອບໃບຍ້ອງຍໍລັດຖະບານ ແລະ ໃບຍ້ອງຍໍເຈົ້າແຂວງ ໃຫ້ແກ່ພະນັກງານ – ລັດຖະກອນ ລັດວິສາຫະກິດນໍ້າປະປາ ແຂວງຈໍາປາສັກ ທີ່ມີຜົນງານດີເດັ່ນປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ການສ້າງບ້ານພັດທະນາ ແລະ ການຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກໃນທົ່ວແຂວງ ໄລຍະ 5 ປີ (2016 – 2020).
# ໂດຍການເຂົ້າຮ່ວມຂອງທ່ານ ປອ.ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ແສງອາທິດຂັນດາຣາ ຮອງຫົວໜ້າພະແນກພາຍໃນແຂວງ, ທ່ານ ປອ ໄກ່ຄໍາສຸວັນນະເມທີ ຜູ້ອໍານວຍການລັດວິສາຫະກິດນໍ້າປະປາແຂວງຈໍາປາສັກ, ມີບັນດາທ່ານຮອງອໍານວຍການລັດວິສາຫະກິດນໍ້າປະປາ ແລະ ພະນັກງານ-ລັດຖະກອນພາຍໃນລັດວິສາຫະກິດນໍ້າປະປາເຂົ້າຮ່ວມ.
#ໃນພິທີໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໃນ 5 ປີ (2016 – 2020) ແລະ ທິດທາງແຜນການປີ 2021 – 2025; ພ້ອມນີ້ ຍັງໄດ້ຜ່ານບົດລາຍງານການຍ້ອງຍໍຜົນງານ 5 ປີ(2016 – 2020); ຜ່ານລັດຖະດໍາລັດຂອງປະທານປະເທດ ເລກທີ 166/ປປທ, ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນໄຊແຮງງານ; ຜ່ານດໍາລັດຂອງນາຍົກລັດຖະມົນຕີ ເລກທີ 372/ນຍ, ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ເລກທີ 1014/ຈຂ.ຈສ, ລົງວັນທີ 5 ຕຸລາ 2022 ວ່າດ້ວຍການອະນຸມັດມອບໃບຍ້ອງຍໍຂັ້ນແຂວງ ໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ໃນໄລຍະ 5 ປີ (2016 - 2020), ລວມທັງໝົດ 88 ທ່ານ ແລະ 1 ກົມກອງ, ພ້ອມນີ້ ຍັງໄດ້ຜ່ານໃບມອບສິດຂອງນາຍົກລັດຖະມົນຕີ. ຈາກນັ້ນ ກໍໄດ້ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ 5 ທ່ານ, 1 ກົມກອງ, ປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຈໍານວນ 13 ທ່ານ,ປະດັບຫຼຽນກາແຮງງານ ໃຫ້ຈໍານວນ 17 ທ່ານ, ມອບໃບຍ້ອງຍໍລັດຖະບານ ໃຫ້ 43 ທ່ານ, ແລະ ມອບໃບຍ້ອງຍໍເຈົ້າແຂວງ ໃຫ້ 10 ທ່ານ. ໃນພິທີ ຍັງໄດ້ປະກາດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ຮອດປີ 2025.
ຖ້າພົບເຫັນນຳ້ປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ
WhatApp:(0 20 59 547 839)
Website:https://nampapacps.com
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ສາຂາ ເມືອງຊະນະສົມບູນ 030 4449921
☎ໜ່ວຍງານຄຸ້ມຄອງຄຸນນະພາບນໍ້າປະປາ 020 55925404-020 54992456














