ວັນທີ 01 ມິຖຸນາ 2022 ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກໃດ້ຈັດກິດຈະກຳປູກຕົ້ນໄມ້ ຢູ່ຕາມສະຖານທີ່ອ້ອມຮອບຫ້ອງການໂຮງງານຜະລິດນໍ້າປະປາ ໂພນສະຫວັນ ນະຄອນປາກເຊ ແລະ ຢູ່ແຕ່ລະຫ້ອງການສາຂາເມືອງ ຂອງລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ ເພື່ອເປັນການສະເຫຼືມສະຫລອງ,ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ໂດຍການນຳພາຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ຂອງ ທ່ານ ປອ ໄກ່ຄຳ ສຸວັນນະເມທີ ຜູ້ອຳນວຍການ ລັດວິສາຫະກິດນໍ້າປະປາ , ພ້ອມດ້ວຍຮອງອຳນວຍການ,ຫົວໜ້າຂະແໜງການ,ຫົວໜ້າສາຂາເມືອງ,ພະນັກງານວິຊາການເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ຢ່າງພ້ອມພຽງ.
ຖ້າພົບເຫັນນໍ້າປະປາແຕກ,ຮົ່ວໄຫລ,ລະບົບນຳ້ປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp:(0 20 59 547 839)
Website:https://nampapacps.com
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921













