ໃນວັນທີ 9 ມິຖຸນາ 2022 ທີ່ຜ່ານມາ ທີ່ຫ້ອງປະຊຸມໂຮງງານຜະລິດນ້ຳປະປາ ບ້ານໂພນສະຫັວນ ນະຄອນປາກເຊ ໃດ້ຈັດພິທີ່ເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວຂອງ 3 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານລັດວິສະຫະກິດນ້ຳປະປາແຂວງຈຳປາສັກ ຈຳນວນ 5 ສະຫາຍ ໄດ້ຈັດຂື້ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກຄະນະບໍລິຫານງານພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ສະຫາຍ ປອ ໄກ່ຄຳ ສຸວັນນະເມທີ ເລຂາຄະນະພັກຮາກຖານ ຜູ້ອຳນວຍການລັດວິສະຫະກິດນ້ຳປະປາ,ມີ ສະຫາຍ ຄະນະຈັດຕັ້ງແຂວງ,ແຂກເຊີນຈາກແຂວງ,ມີຕ່າງໜ້າອົງການຈັດຕັ້ງມະຫາຊົນ,ມີຄະນະພັກຮາກຖານ,ເລຂາ,ຮອງເລຂາຄໜ່ວຍພັກທີ່ຂື້ນກັບ ພ້ອມດ້ວຍສະມາຊິກພັກສົມບູນ-ສຳຮອງຂອງ3ໜ່ວຍພັກເຂົ້າຮ່ວມ.
ໃນພິທີ ພາຍຫຼັງທີ່ສະມາຊິກພັກສໍາຮອງຜ່ານບົດສໍາຫຼວດສະໄໝສໍາຮອງຂອງຕົນເອງທັງ 5 ສະຫາຍແລ້ວ ສະຫາຍ ສາທິດ ປັດສາພັນ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ຈຳນວນ 5 ສະຫາຍຄື ສະຫາຍ ທອງໃສ ຊາບັນດິດ , ສະຫາຍ ນາງ ສຸກອຳໄພ ແກ້ວຄູນມີ ທີ່ສັງກັດຢູ່ໜ່ວຍພັກຈັດຕັ້ງ-ບໍລິຫານ,ບັນຊີ-ການເງິນ,ສະຫາຍ ສິດທິໄຊ ແສງປະເສີດ ,ສະຫາຍ ນາງ ຂາວພອນ ພົມມະຈັນ ທີ່ສັງກັດຢູ່ໜ່ວຍພັກໂຮງງານຜະລິດນ້ຳປະປາປາກເຊ ແລະ ສະຫາຍ ພູວັງ ແກ້ວມະນີ ທີ່ສັງກັດຢູ່ໜ່ວຍພັກການຊ່າງ-ສຳຫຼວດອອກແບບ.
ຖ້າພົບເຫັນນໍ້າປະປາແຕກ,ຮົ່ວໄຫລ,ລະບົບນໍ້າປະປາຕິດຂັດ,ຕ້ອງການຕິດຕັ້ງນໍ້າປະປາເຂົ້າເຮືອນຜ່ານຊ່ອງທາງ
Facebook : (ລັດວິສາຫະກິດນໍ້າປະປາ ແຂວງຈຳປາສັກ)
WhatApp:(0 20 59 547 839)
Website:https://nampapacps.com
☎️ ສາຍດ່ວນ Call Center:031 1169 ແມ່ນໂທຟີບໍເສຍຄ່າໂທ ຕະຫຼອດ 24 ຊົ່ວໂມງ.
☎ ປາກເຊ 031 212514
☎ ສາຂາ ເມືອງໂພນທອງ 031 500125
☎ ສາຂາ ເມືອງໂຂງ 031 213 671
☎ ສາຂາ ເມືອງຈຳປາສັກ 030 2842137
☎ ໜ່ວຍບໍລິການ ສະຜ່າຍ 030 4449921
















